ຂ່າວສານ

ທ່ານ​ເຈິ່ນ​ເກິມ​ຕູ ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິ​ການ ຈະ​ໄປ​ຢ້ຽມ​ຢາມ​ລາວ ແລະ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ

ທ່ານ​ເຈິ່ນ​ເກິມ​ຕູ ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິ​ການ ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ປະ​ເທດ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 9 ເມ​ສາ 2026
  ທ່ານເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)  

ຕາມ​ແຈ້ງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອອກ​ໃນ​ວັນ​ທີ 6 ເມ​ສາ 2026, ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ທ່ານ​ເຈິ່ນ​ເກິມ​ຕູ ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິ​ການ ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ປະ​ເທດ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 9 ເມ​ສາ 2026.

ໂດຍ​​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Samdech Say Chhum, ຮອງ​ປະ​ທາ​ນ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ຫົວ​ໜ້າ​ຄະ​ນ​ະ​ປະ​ຈຳ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ທ່ານ​ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 10 ເມ​ສາ 2026.​


top