ທ່ານ ຄຳຟອງ ອິນມານີ ມີຄວາມຫວັງຢ່າງຍິ່ງວ່າ ສອງພັກ, ສອງລັດ ຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນປະສົບການ, ແບ່ງປັນບັນດາຜົນສຳເລັດ ແລະ ບົດຮຽນພຶດຕິກຳ ຕົວຈິງ, ເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ຢ່າງຕໍ່ເນື່ອງໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ທ່ານ ເຈິ່ນເກິມຕູ, ກຳມະການ ກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ, ໃຫ້ການຕ້ອນຮັບຄະນະພະນັກງານຂັ້ນສູງພັກປະຊາຊົນປະຕິວັດລາວ (ພາບ: VNA)
ວັນທີ 3 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ, ກຳມະການ ກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບຄະນະພະນັກງານຂັ້ນສູງພັກປະຊາຊົນປະຕິວັດລາວ ໂດຍທ່ານຄຳຟອງ ອິນມະນີ ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງ ຫຼວງນ້ຳທາເປັນຫົວໜ້າຄະນະ, ມາຄົ້ນຄ້ວາ, ແລກປ່ຽນຫົວຂໍ້ສະເພາະຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເຈິ່ນເກິມຕູ ໄດ້ຢັ້ງຢືນວ່າ ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ການສືບຕໍ່ປັບປຸງ ແລະ ພັດທະນາການພົວພັນ ຫວຽດນາມ ລາວ ຕາມທິດນຳ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ມີຄວາມໝາຍສຳຄັນຍິ່ງ, ຮຽກຮ້ອງຕ້ອງມີຄວາມຕັດສິນໃຈສູງ, ມານະພະຍາຍາມ ແລະ ມີຄວາມຮັບຜິດຊອບລວມຂອງທຸກຂັ້ນ, ທຸກຂະແໜງການ, ເປັນຕົ້ນແມ່ນຖັນແຖວພະນັກງານການນຳສອງພັກ, ສອງລັດ.
ສ່ວນທ່ານ ຄຳຟອງ ອິນມານີ ມີຄວາມຫວັງຢ່າງຍິ່ງວ່າ ສອງພັກ, ສອງລັດ ຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນປະສົບການ, ແບ່ງປັນບັນດາຜົນສຳເລັດ ແລະ ບົດຮຽນພຶດຕິກຳ ຕົວຈິງ, ເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ຢ່າງຕໍ່ເນື່ອງໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.