ຂ່າວສານ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈ​ຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ມິງ​ຫ​ວູ ​ພົບ​ປະ​ເຈ​ລະ​ຈາ​ກັບ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ຈີນ ​ໜົງ​ໂຣງ

ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງຄົບຖ້ວນ, ກະກຽມໃຫ້ກອງປະຊຸມຄັ້ງທີ 15 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ໃຫ້ເປັນຢ່າງດີ, ຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດ.
  ການພົບປະເຈລະຈາລະຫວ່າງສອງຝ່າຍ  

ໃນການພົບປະເຈລະຈາ ລະຫວ່າງທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ກັບທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຈີນ ໜົງໂຣງ ທີ່ໄດ້ດຳເນີນໃນວັນທີ 10 ມີນາ ຢູ່ຮ່າໂນ້ຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງຄົບຖ້ວນ, ກະກຽມໃຫ້ກອງປະຊຸມຄັ້ງທີ 15 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ໃຫ້ເປັນຢ່າງດີ, ຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດ.    

ທ່ານຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູ ສະເໜີ ໃຫ້ສອງຝ່າຍຈັດການເຄື່ອນໄຫວພົບປະແລກປ່ຽນ, ພົບປະການນຳຂັ້ນສູງ ແລະ ທຸກຂັ້ນ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆໃຫ້ເປັນຢ່າງດີ; ສືບຕໍ່ໝູນໃຊ້ມາດຕະການຫັນການຄ້າໃຫ້ສະດວກດີ, ຮັກສາການຜ່ານດ່ານໃຫ້ລຸລ່ວງ. ທ່ານສະເໜີວ່າ ຈີນ ຍູ້ແຮງການເປີດປະຕູຕະຫຼາດໃຫ້ຜະລິດຕະພັນກະເສດ ຂອງ ຫວຽດນາມ, ຟື້ນຟູການນຳເຂົ້າສິນໃນນ້ຳ, ສ້າງເງື່ອນໄຂສະດວກເພື່ອໃຫ້ ຫວຽດນາມ ສ້າງຫ້ອງການສົ່ງເສີມການຄ້າຢູ່ ຈີນ ຕື່ມອີກ ແລະ ຍົກ ໂຄຕາສິນຄ້າ ຫວຽດນາມ ໄດ້ຜ່ານດ່ານດ້ວຍທາງລົດໄຟຂອງ ຈີນ ໄປຍັງປະເທດທີ 3.

ສ່ວນທ່ານຜູ້ວ່າການລັດຖະມົນຕີການຕ່າງປະເທດ ຈີນ ໜົງໂຣງ ຢັ້ງຢືນວ່າ ຈີນ ຖືເປັນສຳຄັນຂໍ້ສະເໜີຮ່ວມມືຂອງ ຫວຽດນາມ, ຈະສືບຕໍ່ເປີດກວ້າງການນຳເຂົ້າສິນຄ້າ, ຊຸກຍູ້ການອະນຸຍາດໃຫ້ນຳເຂົ້າຜະລິດຕະພັນກະເສດ ຫວຽດນາມ ໃຫ້ຫຼາຍກວ່າອີກ. ປັກກິ່ງ ກໍສົ່ງເສີມວິສາຫະກິດເປີດກວ້າງການລົງທຶນຢູ່ ຫວຽດນາມ. ກໍໃນວັນທີ 10 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກໍຕ້ອນຮັບທ່ານ ໜົງໂຣງ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຈີນ ເຊັ່ນດຽວກັນ.


top