ຂ່າວສານ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງຊາດ ເຈິ່ນກວາງ​ເຟືອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ກ໋​ວາງ​ງາຍ

ທ່ານ ເຈິ່ນກວາງເຟືອງ ສະເໜີໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງ ສົມທົບກັບສະພາປະຊາຊົນແຂວງ ລວບລວມ ຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ເພື່ອສົ່ງເຖິງໃຫ້ອົງການທີ່ມີໜ້າທີ່ຮັບຜິດຊອບ ແກ້ໄຂໃຫ້ເຖິງຖອງ.
ທ່ານພົນໂທ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ໃນວັນທີ 18 – 19 ພະຈິກ, ທ່ານພົນໂທ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ແຂວງ ກ໋ວາງງາຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ ບາງທ້ອງຖິ່ນໃນບໍລິເວນແຂວງ ພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຢູ່ນະຄອນ ກ໋ວາງງາຍ ແຂວງ ກ໋ວາງງາຍ.

ຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນ ສະເໜີໃຫ້ລັດຖະບານ, ກະຊວງ, ຂະແໜງການຂັ້ນສູນກາງ ສືບຕໍ່ມີນະໂຍບາຍໜູນຊ່ວຍທີ່ເໝາະສົມ ແລະ ທັນການ ໃຫ້ຜູ້ທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19; ຕີລາຄາຢ່າງຮອບດ້ານກ່ຽວກັບຄຸນນະພາບການຮຽນ - ການສອນທາງອອນລາຍ, ມີແຜນການສອນທົດແທນ, ເພີ່ມເຕີມຄວາມຮູ້ໃຫ້ນັກຮຽນ ເພື່ອຮັບປະກັນຄຸນນະພາບຂອງການຮຽນ - ການສອນ; ສະເໜີໃຫ້ກະຊວງສາທາລະນະສຸກ ກຳນົດຄ່າກວດເຊື້ອ ໂຄວິດ - 19 ໃຫ້ຜົນໄວ ແລະ ກວດ PCR ເຂົ້າບັນຊີປະກັນສຸຂະພາບ ໂດຍໄວ ເພື່ອຮັບປະກັນຄ່າກວດ ແລະ ປິ່ນປົວໃຫ້ປະຊາຊົນ…

ທ່ານ ເຈິ່ນກວາງເຟືອງ ສະເໜີໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງ ສົມທົບກັບສະພາປະຊາຊົນແຂວງ ລວບລວມ ຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ເພື່ອສົ່ງເຖິງໃຫ້ອົງການທີ່ມີໜ້າທີ່ຮັບຜິດຊອບ ແກ້ໄຂໃຫ້ເຖິງຖອງ.

(ແຫຼ່ງຄັດຈາກ VOV)


top