ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand (ພາບ: TTXVN)  

ໃນລະຫວ່າງວັນທີ 22 ມີນາຫາວັນທີ 24 ມີນາ, ທີ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ (ປະເທດອາເມລິກາ), ໄດ້ດຳເນີນກອງປະຊຸມ ສປຊ ສຳຫຼວດກວດກາຢ່າງຮອບດ້ານ ກາງສະໄໝການປະຕິບັດບັນດາເປົ້າໝາຍໃນທົດສະວັດການກະທຳ “ນ້ຳເພື່ອການພັດທະນາແບບຍືນຍົງ” ໄລຍະ 2018 – 2022. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ມີບັນດາການເຄື່ອນໄຫວພົບປະສອງຝ່າຍຢູ່ນອກກອງປະຊຸມ.

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ  ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ. ສ່ວນເຈົ້າຊີວິດ ໂຮນລັງສະແດງຄວາມກຽມພ້ອມທີ່ຈະໜູນຊ່ວຍຫວຽດນາມ ໃນວິວັດການຫັນເປັນສີຂຽວ, ໃນນັ້ນມີການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳ. ທີ່ການພົບປະກັບທ່ານເລຂາທິການໃຫຍ່ ສປຊ , ທ່ານເຈິ່ນຮົ່ງຮ່າໄດ້ສະແດງຄວາມຫວັງສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ສປຊ ກ່ຽວກັບການໃຫ້ຄຳປຶກສາດ້ານເຕັກນິກ, ວິຊາການ, ແຫຼ່ງກຳລັງການເງິນ ແລະ ເຕັກໂນໂລຢີຊ່ວຍຫວຽດນາມ ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄ້ຳປະກັນຄວາມໝັ້ນຄົງແຫຼ່ງນ້ຳ. ທ່ານເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ຫວຽດນາມ ແມ່ນແບບຢ່າງທີ່ດີ ແລະ ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ ສປຊ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກໍ່ໄດ້ພົບປະກັບທ່ານລັດຖະມົນຕີກະຊວງພັດທະນາແບບຍືນຍົງ ແລະ ສິ່ງແວດລ້ອມ ສິງກະໂປ Grace Fu ແລະ ທ່ານລັດຖະມົນຕີກະຊວງນ້ຳສະອາດ ແລະ ອະນາໄມ ອິນເດຍ Gajendra Singh Shekhawat.

 


top