ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Sunny

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງວິວັດການລົງທຶນ, ພັດທະນາຂອງ ກຸ່ມບໍລິສັດ Sunny ຢູ່ແຂວງໄທງວຽນ ແລະ ແຜນການເປີດກວ້າງການລົງທຶນຢູ່ແຂວງ ໄທງວຽນ ທີ່ມີມູນຄ່າແຕ່ 2 – 2,5 ຕື້ USD.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານ Ye Liaoning ປະທານກຸ່ມບໍລິສັດ Sunny (ຈີນ) (ພາບ: VGP)  

ຕອນບ່າຍວັນທີ 8 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານ Ye Liaoning ປະທານກຸ່ມບໍລິສັດ Sunny (ຈີນ).ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງວິວັດການລົງທຶນ, ພັດທະນາຂອງ ກຸ່ມບໍລິສັດ Sunny ຢູ່ແຂວງໄທງວຽນ ແລະ ແຜນການເປີດກວ້າງການລົງທຶນຢູ່ແຂວງ ໄທງວຽນ ທີ່ມີມູນຄ່າແຕ່ 2 – 2,5 ຕື້ USD. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ດ້ວຍລະດັບການລົງທຶນນີ້, ກຸ່ມບໍລິສັດ Sunny ອາດຈະສ້າງສູນຄົ້ນຄ້ວາພັດທະນາເຕັກໂນໂລຢີສູງ ຢູ່ໄທງວຽນເພື່ອທັງໝູນໃຊ້ບັນດາເຕັກໂນໂລຢີໃໝ່ເຂົ້າໃນບັນດາຜະລິດຕະພັນ, ທັງຖ່າຍທອດເຕັກໂນໂລຢີໃຫ້ແກ່ຫວຽດນາມ ຢ່າງສະດວກສະບາຍອີກດ້ວຍ.

ສ່ວນທ່ານ Ye Liaoning ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ Sunny ກັບບັນດາທ້ອງຖິ່ນ ເພື່ອແນໃສ່ຊຸກຍູ້ການຮ່ວມມືດຳເນີນທຸລະກິດຢູ່ ຫວຽດນາມ.

 


top