ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ດຶກ​ດາມເຮັດ​ວຽກ​ກັບ​ແຂວງ ບັກ​ຢາງ​

ຕາມທ່ານ ເລແອັງເຢືອງ ປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ ແລ້ວ, ວັນທີ 31 ພຶດສະພາ, ໃນບໍລິເວນແຂວງ ບັກຢາງ ສືບຕໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 156 ຄົນ, ມີ ຜູ້ໄດ້ຮັບການປິນປົວຫາຍດີເປັນປົກກະຕິແມ່ນ 39 ຄົນ. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມເຮັດວຽກກັບແຂວງ ບັກຢາງ ທາງອອນລາຍ, (ພາບ: VGP)

ຕອນບ່າຍວັນທີ 31 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ມີການເຮັດວຽກກັບແຂວງ ບັກຢາງ. ນະທີ່ນີ້ ທ່ານ ຫວູດຶກດາມຮຽກຮ້ອງໃຫ້ແຂວງ ບັກຢາງ ຕ້ອງຍົກສູງສະຕິລະວັງຕົວ ເມື່ອສະພາບການຄວບຄຸມໂລກລະບາດໂຄວິດ - 19 ພວມດີຂຶ້ນ

ຕາມທ່ານ ເລແອັງເຢືອງ ປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ ແລ້ວ, ວັນທີ 31 ພຶດສະພາ, ໃນບໍລິເວນແຂວງ ບັກຢາງ ສືບຕໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 156 ຄົນ, ມີ ຜູ້ໄດ້ຮັບການປິນປົວຫາຍດີເປັນປົກກະຕິແມ່ນ 39 ຄົນ. ແຂວງບັກຢາງຍັງຄົງແມ່ນຈຸດໃຈກາງເກີດໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 2.200 ຄົນ, ນັບແຕ່ເວລາ 7 ພຶດສະພາມາຮອດປັດຈຸບັນ.

ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ແຂວງ ບັກຢາງ ຕ້ອງຮັບປະກັນຄວາມປອດໄພໃນການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ກຳມະກອນ ແລະ ໃສ່ໃຈວ່າ ທາງທ້ອງຖິ່ນບໍ່ໄດ້ປະໝາດ ເມື່ອສະພາບການຄວບຄຸມໂລກລະບາດໂຄວິດ - 19 ມີສັນຍານດີຂຶ້ນ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າຕ້ອງສືບຕໍ່ເພີ່ມທະວີການວິໄຈ້ຫາເຊື້ອໃຫ້ແກ່ ຜູ້ F1, ຄຸ້ມຄອງຜູ້ຄົນໃນບໍລິເວນຖືກລອກດາວ ແລະ ເຂດແຍກຕົວຢ່າງແໜ້ນແຟ້ນ, ບໍ່ປະໃຫ້ໂລກລະບາດແຜ່ລະບາດ.

(ແຫຼ່ງຄັດຈາກ VOV)


top