ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ: ຕ້ອງ​ມີ​ຢາເພື່ອ​ປິ່ນ​ປົວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ຢ່​າງ​ພ​ຽງ​ພໍ​

ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຕໍ່ພັກ, ລັດ, ກົດໝາຍເທົ່ານັ້ນ ຫາກຍັງແມ່ນນ້ຳໃຈ, ມະໂນທຳ. ບັນດາໂຮງໝໍ, ທ້ອງຖິ່ນບໍ່ພຽງແຕ່ຍົກອອກສະພາບການຕົວຈິງເທົ່ານັ້ນ ຫາກຍັງຕ້ອງສະເໜີແນະວິທີການແກ້ໄຂລະອຽດ.

ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຕໍ່ພັກ, ລັດ, ກົດໝາຍເທົ່ານັ້ນ ຫາກຍັງແມ່ນນ້ຳໃຈ, ມະໂນທຳ. ບັນດາໂຮງໝໍ, ທ້ອງຖິ່ນບໍ່ພຽງແຕ່ຍົກອອກສະພາບການຕົວຈິງເທົ່ານັ້ນ ຫາກຍັງຕ້ອງສະເໜີແນະວິທີການແກ້ໄຂລະອຽດ. 

    

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 30 ມິຖຸນາ, ທີ່ການເຮັດວຽກກັບການນຳຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ, ພະແນກສາທາລະນະສຸກ ນະຄອນໂຮ່ຈີມິນ ກ່ຽວກັບສະພາບການຂາດຢຸກຢາ, ວັດຖຸອຸປະກອນການແພດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຊີ້ແຈ້ງວ່າ: ກ່ອນອື່ນໝົດແມ່ນກູ້ເອົາຊີວິດຂອງ ປະຊາຊົນ. ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຕໍ່ພັກ, ລັດ, ກົດໝາຍເທົ່ານັ້ນ ຫາກຍັງແມ່ນນ້ຳໃຈ, ມະໂນທຳ. ບັນດາໂຮງໝໍ, ທ້ອງຖິ່ນບໍ່ພຽງແຕ່ຍົກອອກສະພາບການຕົວຈິງເທົ່ານັ້ນ ຫາກຍັງຕ້ອງສະເໜີແນະວິທີການແກ້ໄຂລະອຽດ, ໃນສະເພາະໜ້າ, ຕ້ອງເຮັດຢ່າງທັນທີ, ເພື່ອແກ້ໄຂສະພາບການຂາດຢຸກຢາ, ເດັດຂາດຕ້ອງມີຢຸກຢາໃຫ້ແກ່ຄົນເຈັບ. ໄປຄຽງຄູ່ກັບວິທີການແກ້ໄຂຄື ການປັບປຸງກົດໝາຍ, ປັບປຸງຈົດໝາຍໜັງສືທາງລັດຖະການ, ກະຊວງສາທາລະນະສຸກ ຕ້ອງມີເອກະສານແກ້ໄຂບາງບັນຫາຫຍຸ້ງຍາກ, ຕິດຂັດໃນທັນທີຕໍ່ການປະມູນຢຸກຢາ, ວັດຖຸອຸປະກອນການແພດ ທີ່ຂຶ້ນກັບສິດອຳນາດ, ຄວາມຮັບຜິດຊອບຂອງກະຊວງເພື່ອໃຫ້ບັນດາທ້ອງຖິ່ນ, ໂຮງໝໍອີງໃສ່ປະຕິບັດຄື: ດັດປັບປຸງແຜນການຈັດຊື້ຕາມຄວາມຕ້ອງການນຳໃຊ້ ໃນໄລຍະກ່ອນເກີດພະຍາດໂຄວິດ - 19, ຂຶ້ນແຜນລາຄາ, ເຮັດແຈ້ງນິຍາມລາຄາທ້ອງຕະຫຼາດ, ຊອກຄົ້ນຂໍ້ມູນການປະມູນ. ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງກວດກາ, ເຮັດວຽກຢູ່ໂຮງໝໍເຈິເຫຼິຍ (ນະຄອນໂຮ່ຈີມິນ).

(ແຫຼ່ງຄັດຈາກ VOV)


top