ຂ່າວສານ

ທ່ານ​ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ດຶກ​ດາມ ​ເຮັດ​ວຽກ​ກັບ​ຮາ​ໂນ້ຍ ກ່ຽວ​ກັ​ບ​ວຽກ​ງານ​ຕ້ານ​ໂລກ​ລະ​ບາດ ໂຄວິດ-19

ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ ຮ່າໂນ້ຍ ແມ່ນຕົວເມືອງທີ່ໄດ້ຮັບບຸລິມະສິດໃນການສັກວັກຊີນຢ່າງໄວວາ. ສຳລັບນັກຮຽນ, ທາງນະຄອນຫຼວງໄດ້ສຸມໃສ່ສັກວັກຊີນໃຫ້ບໍລິເວນທີ່ມີຄວາມສ່ຽງສູງ, ລວມທັງ ເຂດໃກ້ຄຽງກັບຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ:  baotintuc.vn)

ຕອນເຊົ້າວັນທີ 2 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໄດ້ມີການເຮັດວຽກກັບການນຳນະຄອນຫຼວງຮາໂນ້ຍກ່ຽວກັບວຽກງານປ້ອງກັນ, ຕ້ານໂລດລະບາດໃນບໍລິເວນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ ຮ່າໂນ້ຍໄດ້ຮັບມືຢ່າງມີໄຫວພິບ  ແລະ ປອດໄຟ, ກ່ຽມພ້ອມຮັບມືກັບກໍລະນີທີ່ຮ້າຍແຮງທີ່ສຸດ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ຮ່າໂນ້ຍຕ້ອງວາງບັນດາແຜນການຕ້ານໂລກລະບາດໃຫ້ແໜ້ນແຟ້ນ, ພ້ອມກັນນັ້ນ ຕ້ອງມີການຝຶກແອບການແຍກຕົວ F1, ປິນປົວຜູ້ຕິດເຊື້ອໂຄວິດຢູ່ບ້ານ ເພື່ອ ສາມາດຮັບມືກັບໂລກລະບາດເມື່ອແຜ່ລະບາດໃນວົງກ້ວາງ.

ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ ຮ່າໂນ້ຍ ແມ່ນຕົວເມືອງທີ່ໄດ້ຮັບບຸລິມະສິດໃນການສັກວັກຊີນຢ່າງໄວວາ. ສຳລັບນັກຮຽນ, ທາງນະຄອນຫຼວງໄດ້ສຸມໃສ່ສັກວັກຊີນໃຫ້ບໍລິເວນທີ່ມີຄວາມສ່ຽງສູງ, ລວມທັງ ເຂດໃກ້ຄຽງກັບຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)


top