ຂ່າວສານ

ທ່ານ​ຮອງນາຍົກລັດຖະມົນຕີ ຫວູດຶກ​ດາມ: ​ຖ້າບໍ່​ຫັນ​ເປັນ​ດີ​ຈີ​ຕອນ ຈະ​ປະລາ​ໄຊ​ໃນ​ການ​ແກ້ງ​ແຍ້​ງສາກົນ

ໂລກລະບາດໂຄວິດ - 19 ແມ່ນປັດໄຈຊຸກຍູ້ວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ ຢ່າງວ່ອງໄວ. ຄວາມຈິງໃນສະພາບການເກີດໂລກລະບາດ, ລັດຖະບານ ແລະ ຫຼາຍຫົວໜ່ວຍວິສາຫະກິດ ໄດ້ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງມີປະສິດທິຜົນ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໃນກອງປະຊຸມໂອ້ລົມສົນທະນາ

 “ຖ້າບໍ່ຫັນເປັນດີຈີຕອນ ຈະປະລາໄຊໃນການແກ້ງແຍ້ງສາກົນ”. ນີ້ແມ່ນຄໍາຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໃນກອງປະຊຸມໂອ້ລົມສົນທະນາລະຫວ່າງ ບັນດາສະມາຄົມ ແລະ ສະຫະສະມາຄົມຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ - ກາລະໂອກາດ ແລະ ສິ່ງທ້າທາຍ” ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 3 ກໍລະກົດ ຢູ່ຮ່າໂນ້ຍ. ກ່າວຄໍາເຫັນທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ຈາກສະພາບການຕົວຈິງຂອງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ, ນັບແຕ່ເມື່ອ ຫວຽດນາມ ຍັງບໍ່ທັນມີກໍລະນີໃດຕິດເຊື້ອໂຄວິດ - 19, ຫວຽດນາມ ໄດ້ຂຶ້ນແຜນຜັນຂະຫຍາຍການເຊື່ອມຕໍ່ກັບໂຮງໝໍ 20 ແຫ່ງຜ່ານທາງອອກນລາຍ. ໂລກລະບາດໂຄວິດ - 19 ແມ່ນປັດໄຈຊຸກຍູ້ວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ ຢ່າງວ່ອງໄວ. ຄວາມຈິງໃນສະພາບການເກີດໂລກລະບາດ, ລັດຖະບານ ແລະ ຫຼາຍຫົວໜ່ວຍວິສາຫະກິດ ໄດ້ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງມີປະສິດທິຜົນ. ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລ້ວ: ຕ້ອງເພີ່ມທະວີການແຜ່ຂະຫຍາຍຄວາມຮູ້ດ້ານເຕັກໂນໂລຢີຂໍ້ມູນຂ່າວສານໃຫ້ທົ່ວສັງຄົມ.

        “ບັນດານະຄອນ ແລະ ບາງຂະແໜງການທີ່ຜັນຂະຫຍາຍຕ້ອງເອົາໃຈໃສ່, ນີ້ແມ່ນໄລຍະທາງທີ່ຍາວໄກ, ຕ້ອງມີການກໍານົດທິດ ແລະ ຢຶດໝັ້ນ. ຕ້ອງກໍານົດບັນດາຂົງເຂດສໍາຄັນທີ່ຕ້ອງສຸມໃສ່ຫັນເປັນດີຈີຕອນ. ຂົງເຂດທໍາອິດ ແມ່ນສາທາລະນະສຸກ, ຈາກນັ້ນແມ່ນການສຶກສາ, ການເງິນທະນາຄານ, ກະສິກໍາ, ຄົມມະນາຄົມ, ພະລັງງານສິ່ງແວດລ້ອມ... ເພື່ອມຸ່ງໄປເຖິງຈຸດປະສົງສຸດທ້າຍຂອງລະບອບສັງຄົມທີ່ມີສະຖຽນລະພາບ, ປະຊາຊົນໄດ້ຮັບການເບິ່ງແຍງດູແລທັງທາງດ້ານວັດຖຸ ແລະ ຈິດໃຈ”.

 
(ແຫຼ່ງຄັດຈາກ VOV)

top