ຂ່າວສານ

ທ່ານ​ສາດ​ສະ​ດາ​ຈານ ນາງ ຫງວຽນ​ທຸກກວຽນ ຜູ້​ເຊື່ອມ​ຕໍ່​ວິ​ທະ​ຍາ​ສາດ​ຫວຽດ​ນາມ ກັບ​ໂລກ

ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ, ຜູ້ອຳນວຍການສູນ Polyme ແລະ ທາດແຂງອົງຄະທາດ (CPOS), ແມ່ນສາດສະດານຈານພະແນກເຄມີສາດ ແລະ ເຄມີຊີວະສາດ, ມະຫາວິທະຍາໄລ California, Santa Barbara, ໄດ້ຮັບການຄັດເລືອກເປັນພູມປັນຍາວິທະສາດທີ່ມີຜົນສະທ້ອນກ່ວາໝູ່ໃນໂລກປີ 2019. ສອງປີຜ່ານມາ, ທ່ານນາງໄດ້ກັບມາ ຫວຽດນາມ ໃນຖະນະເປັນປະທານຮ່ວມ ສະພາກຳມະການລາງວັນ VinFuture. ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ພວມມານະພະຍາຍາມ ເຊື່ອມຕໍ່ວິທະຍາສາດຫວຽດນາມ ກັບໂລກ ແລະ ຕໍ່ກຳລັງໃຫ້ບັນດານັກວິທະສາດຍິງພາຍໃນປະເທດ ໃນຄວາມເມົາມົວຄົ້ນຄ້ວາວິທະຍາສາດ.
ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ

ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ແມ່ນໜຶ່ງໃນຈຳນວນໜ້ອຍນັກວິທະສາດຍິງ ທີ່ໄດ້ເຊີດຊູໃນບັນຊີລາຍຊື່ ນັກວິທະຍາສາດທົ່ວໂລກກ່ວາ 4.000 ຄົນລອດເຂົ້າ top 1% ບັນດານັກວິທະຍາສາດທີ່ມີການຄົ້ນຄວ້າອ້າງອີງຫຼາຍ ທີ່ສຸດໃນໂລກ ໃນ 4 ປີຢ່າງລຽນຕິດ. ເມື່ອອະທິບາຍກ່ຽວກັບການເລຶອກເອົາທິດຄົ້ນຄ້ວາວັດສະດຸໃໝ່ ໃຫ້ແກ່ການໝູນໃຊ້ຖ່ານພະລັງງານແສງຕາເວັນອົງຄະທາດ, ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ເວົ້າວ່າ:

ຂ້າພະເຈົ້າເຫັນວ່າ ຢູ່ຫວຽດນາມ, ບັນຫາພະລັງງານແມ່ນສຳຄັນທີ່ສຸດ. ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ພະລັງງານແຮງລົມ, ພະລັງງານແສງຕາເວັນ. ຂ້າພະເຈົ້າມີຄວາມຫວັງວ່າ ຫວຽດນາມ ຈະມີວິໃສທັດໄກກ່ວາ ກ່ຽວກັບການຜະລິດຄືນໃໝ່ໃນທົ່ວໂລກ ແລະ ອາດຈະລົງທຶນ ເພື່ອຄົ້ນຄ້ວາບັນດາຂະແໜງຄື: ຜະລິດຢ່າງປລາຊະຕິກຄືນໃໝ່, ໃຊ້ໜ້ອຍລົງ, ອາດສາມາດຈະໃຊ້ວັດສະດຸທຳມະຊາດ, ຫຼືຜະລິດຖ່ານຄືນໃໝ່.

ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ເປີດປີ 1970 ຢູ່ແຂວງດັກລັກ. ເມື່ອມີອາຍຸ 21 ປີ, ນາງ ກວຽນ ພ້ອມກັບພໍ່ແມ່ ແລະ ອ້າຍເອື້ອຍທັງ 5 ຄົນໄປອາໄສຢູ່ ອາເມລິກາ. ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ໄດ້ແບ່ງປັນວ່າ ເສັ້ນທາງໄປເຖິງວິທະຍາສາດຂອງຕົນ ແມ່ນຕ່າງໝູ່ຫຼາຍ ຍ້ອນແມ່ນຜູ້ມັກປະຫວັດສາດໂລກ ແລະ ວັນນະຄະດີ, ພູມສາດ ແຕ່ຍ້ອນພາສາ ອັງກິດ ບໍ່ທັນເກັ່ງ ຈຶ່ງໄດ້ປ່ຽນໄປຮຽນຢູ່ຫ້ອງຮຽນຄະນິດສາດ ແລ້ວກໍ່ເຫັນວ່າ ຕົນເອງກໍ່ມີຄວາມສາມາດດ້ານວິທະຍາສາດ. ຫຼັງຈາກນັ້ນ ກໍ່ມັກວິຊາເຄມີສາດ ແລະ ເລີ່ມໄປຕາມເສັ້ນທາງນີ້. ເດືອນກັນຍາ ປີ 1995, ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ຂໍຍ້າຍໄປມະຫາວິທະຍາໄລ California, Los Angeles ແລະ ເຮັດວຽກເພິ່ມຢູ່ຫ້ອງຄົ້ນຄ້ວາ. ພາຍຫຼັງຈົບຮຽນເມື່ອປີ 1997, ທ່ານນາງໄດ້ຮຽນຕໍ່ໂທ ແລະ ຫຼັງຈາກນັ້ນພຽງແຕ່ປີ 1 ເທົ່ານັ້ນ ກໍ່ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທຂະແໜງຟິຊິກສາດ-ເຄມີສາດ. ທ່ານນາງໄດ້ຕັດສິນໃຈຮຽນຕໍ່ປະລິນຍາເອກ ແລະ ໃນປີສຸດທ້າຍ ໄດ້ກາຍເປັນ 1 ໃນຈຳນວນນັກຄົ້ນຄ້ວາດີເດັ່ນ 7 ຄົນຂອງມະຫາວິທະຍາໄລ California, Los Angeles ເຊິ່ງໄດ້ຮັບທຶນສຶກສາ. ເດືອນມິຖຸນາ ປີ 2001, ທ່ານນາງ ໄດ້ຮັບໃບປະກາດສະນີຍະບັດປະລິນຍາເອກ ແລະ ສິດສອນ ແລະ ຄົ້ນຄ້ວາຢູ່ມະຫາວິທະຍາໄລ California, Santa Barbara (UCSB) ຢ່າງເປັນທາງການ ນັບແຕ່ລະດູແລ້ງປີ 2004.                     ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ     ແບ່ງປັນວ່າ:

ໃນພາລະກິດຂອງຕົນ, ຂ້າພະເຈົ້າເຄີຍໄຫ້ຫຼາຍທີ່ສຸດ ຍ້ອນໄດ້ຮັບການປະພືດທີ່ບໍ່ເຄົາລົບ, ບໍ່ສະເໝີພາບຈາກຜູ້ຮ່ວມງານ. ຍ້ອນເຫດນັ້ນ, ເຮົາບໍ່ຄວນຍອມແພ້ຢ່າງງ່າຍດາຍ ແລະ ກໍ່ບໍ່ໃຫ້ໃຜເຮັດໃຫ້ເຮົາປະລະໃນສິ່ງທີ່ເຮົາມີຄວາມຮັກມັກ.

ໃນ 5 ປີຕົ້ນຂອງພາລະກິດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນັ້ນ, ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ຍາມໃດກໍ່ພານະພະຍາຍາມ ເພື່ອພິສູດການປະກອບສ່ວນຂອງຕົນ, ມາຮອດປະຈຸບັນ, ທ່ານນາງມີຫ້ອງທົດລອງສະເພາະໃຫ້ແກ່ຕົນເອງ ແລະ ກຸ່ມຄົນຄົ້ນຄ້ວາ 7 ແຫ່ງ.

ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ແມ່ນປະທານຮ່ວມສະພາກຳມະການລາງວັນ VinFuture ຂອງກຸ່ມບໍລິສັດ Vingroup. ທ່ານນາງ ຫງວຽນທຸກກວຽນ ເປັນກຽດ ແລະ ເອກອ້າງທະນົງໃຈ ເມື່ອ ຫວຽດນາມ ໄດ້ຮັບລາງວັນວິທະຍາສາດໃນຂອບຂະໜາດໃຫ່ຍ ຊື່ງເຮັດໃຫ້ປະຊາຄົມວິທະຍາສາດສາກົນ ມີວິທີມອງເຫັນທີ່ດີກ່ຽວກັບ ຫວຽດນາມ. ຍິ່ງໄປກ່ວານັ້ນ, ກຸ່ມບໍລິສັດ Vingroup ກໍ່ມີລາງວັນມອບໃຫ້ແກ່ບັນດານັກວິທະຍາສາດຍິງອີກດ້ວຍ:

ທີໜຶ່ງແມ່ນ ຂ້າພະເຈົ້າກໍແມ່ນຄົນ ຫວຽດາມ, ໄດ້ຮັບການກຳເນີດ ແລະ ເຕີບໃຫ່ຍຢູ່ທີ່ນີ້…ຈາກບ້ານແຫ່ງໜຶ່ງທີ່ທຸກຍາກທີ່ສຸດ, ບໍ່ໄດ້ກິນອີ່ມນຸ່ງອຸ່ນ, ບໍ່ມີແຫຼ່ງນ້ຳສະອາດ… ຂ້າພະເຈົ້າຈຶ່ງເຫັນວ່າ ລາງວັນ VinFuture ແມ່ນມີຄວາມໝາຍທີ່ສຸດ. ຂ້າພະເຈົ້າເອງເຫັນວ່າ ລາງວັນນີ້ ບໍ່ພຽງແຕ່ແມ່ນກອງທຶນຂອງ Vingroup ເທົ່ານັ້ນ ຫາກຍັງແມ່ນຂອງທັງຊາດຫວຽດນາມ ອີກດ້ວຍ ແລະ ຍິ່ງໄກກວ່ານັ້ນແມ່ນ ປະຊາຄົມວິທະຍາສາດ ແລະ ປຊຊ ໃນທົ່ວໂລກ ກໍ່ຮູ້ຈັກກັບປະເທດ ຫວຽດນາມ ຂອງພວກເຮົາຫຼາຍກ່ວາອີກ. ພ້ອມກັນນັ້ນ ແມ່ນໄດ້ສ້າງການເຊື່ອມຕໍ່ລະຫວ່າງວິທະສາດຫວຽດນາມ ແລະ ໂລກ.

ທ່ານສາດສະດາຈານ ນາງ ຫງວຽນທຸກກວຽນ ພວມມີຄວາມໄຝ່ຝັນຢາກສ້າງສະຖາບັນຄົ້ນຄ້ວາ ດ້ວຍຫ້ອງ lab ທີ່ທັນສະໄໝ ແລະ ເປີດກອງປະຊຸມສຳມະນາ (workshop) ເພື່ອເຊື່ອມຕໍ່ບັນດານັກວິທະຍາສາດໜຸ່ມຫວຽດນາມ ສາມາດມີໂອກາດຮ່ຳຮຽນ, ແລກປ່ຽນບົດຮຽນກັບບັນດານັກວິທະຍາສາດທີ່ມີຊື່ສຽງຂອງໂລກ… ແລະ ກ້າວໄປໃກ້ກັບຄວາມໄຝ່ຝັນແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ./.


top