ຂ່າວສານ

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂຕ​ເລິນ ພົບ​ປະ​ກັບ​ກະ​ສັດ ມາ​ເລ​ເຊຍ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Muhyddin Yassin ລັດຖະມົນຕີກະຊວງພາຍໃນ ມາເລເຊຍ, ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານ ພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍໃນລະຫວ່າງ ວັນທີ 12 – 13 ກຸມພາ.

ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິນ 

ໃນຂອບເຂດການຢ້ຽມຢາມນີ້, ວັນທີ 13 ກຸມພາ, ທ່ານພົນເອກ ໂຕເລິມ ແລະ ຄະນະໄດ້ ພົບປະກັບກະສັດ ມາເລເຊຍ Abdullah Sultan Ahmad Shah ຢູ່ພະລາຊະວັງ ພະບໍລົມວົງສານຸວົງ ມາເລເຊຍ. ກະສັດ Abdullah ໄດ້ສະແດງຄວາມພາກພູນໃຈຕໍ່ບັນດາບາດກ້າວພັດທະນາທີ່ນັບມື້ນັບດີງາມຂອງ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ມາເລເຊຍ ແລະ ຫວຽດນາມ ເວົ້າລວມ, ລະຫວ່າງ ກະຊວງພາຍໃນ  ມາເລເຊຍ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າສະເພາະ. ກະສັດ Abdullah ຖືວ່າ ໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ເປັນຕົ້ນແມ່ນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

ສ່ວນທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມມີຄວາມປາດຖະໜາຢາກ ກະສັດ Abdullah ສ້າງເງື່ອນໄຂໃຫ້ແກ່ສອງຝ່າຍ ຮັກສາ ແລະ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ,ໃນນັ້ນ ເອົາໃຈໃສ່ເຖິງການສົ່ງສານຂັ້ນສູງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍ.

(ແຫຼ່ງຄັດຈາກ VOV)


top