ຂ່າວສານ

ທ່ານ​ປະ​ທາ​ນາ​ທ​ິ​ບໍ​ດີ ມຽນ​ມາ ເປັນ​ປະ​ທານ​ໃນ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸ​ກ​ຖືກ​ຈັດ​ຢ່າງ​ສົມ​ກຽດ

ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ ປະທານາທິບໍດີ ສ. ສະຫະພາບ ມຽນມາ U Win Myint ໄດ້ດຳເນີນການພົບປະເຈລະຈາ.


 ພິທີຕ້ອນຮັບທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຂອງປະທານາທິບໍດີ ມຽນມາ

(ພາບ: VGP)


ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ U Win Myint ປະທານາທິບໍດີ ສ. ສະຫະພາບ ມຽນມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມມຽນມາຢ່າງເປັນທາງການໃນລະຫວ່າງ ວັນທີ 16 – 18 ທັນວາ. ຕອນເຊົ້າວັນທີ 17 ທັນວາ, ຢູ່ທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງ Nay Pyi Taw, ປະເທດມຽນມາ, ທ່ານ ປະທານາທິບໍດີ ມຽນມາໄດ້ເປັນເຈົ້າພາບໃນພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຖືກຈັດຂຶ້ນຢ່າງສົມກຽດ.   
(ແຫຼ່ງຄັດຈາກ VOV)

top