ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເປັນ​ກາງ​ໄກ່​ເກ່ຍ​ໃຫ້​ແກ່​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ປະ​ຫວັດ​ສາດ ລະ​ຫວ່າງ ອາກ​ເມ​ເນຍ ແລະ ອາ​ເຊັກ​ໄບ​ຢານ

ວັນທີ 8 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເປັນປະທານພິທີລົງນາມໃນຂໍ້ຕົກລົງສັນຕິພາບປະຫວັດສາດລະຫວ່າງ ອາກເມເນຍ ແລະ ອາຊັກໄບຢານ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ອາກເມເນຍ ແລະ ທ່ານປະທານາທິບໍດີ ອາເຊັກໄບຢານ ເຂົ້າທຳນຽບຂ່າວເຂົ້າຮ່ວມກອງປະຊຸມສຸດຍອດສັນຕິພາບປະຫວັດສາດ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງສອງປະເທດ ທີ່ເຄີຍແກ່ຍາວໃນຕະຫຼອດ 35 ປີຜ່ານມາ. ຂໍ້ຕົກລົງສາມຝ່າຍ ໄດ້ລົງນາມໃນໂອກາດນີ້ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ອາກເມເນຍ - ອາເຊັກໄບຢານ, ເປີດບັນດາເສັ້ນທາງຄົມມະນາຄົມສຳຄັນໃນທົ່ວພາກໃຕ້ Kavkaz, ທີ່ຖືກປິດປະຕູແຕ່ຕົ້ນຊຸມປີ 1990. ບາດກ້າວບຸກທະລຸໃຫຍ່ໃນຂໍ້ຕົກລົງດັ່ງກ່າວນັ້ນແມ່ນ ການສ້າງຕັ້ງເສັ້ນທາງຂົນສົ່ງທີ່ມີຊື່ວ່າ “ເສັ້ນທາງ Trump ເພື່ອສັນຕິພາບ ແລະ ວັດທະນາຖາວອນສາກົນ” ເຊິ່ງເປັນແລວທາງຂົນສົ່ງສຳຄັນໃນພາກພື້ນ ແລະ ມອບສິດໃຫ້ ອາເມລິກາ ເຊົາແລວທາງດັ່ງກ່າວ.

        ເນື່ອງໃນໂອກາດນີ້, ອາເມລິກາ ກໍໄດ້ລົງນາມໃນບັນດາຂໍ້ຕົກລົງສອງຝ່າຍກັບ ອາກເມເນຍ ແລະ ອາເຊັກໄບຢານ ຕ່າງຫາກ ເພື່ອແນໃສ່ຊຸກຍູ້ການລົງທຶນໃນບັນດາຂົງເຂດພະລັງງານ, ເຕັກໂນໂລຢີ, ຄວາມໝັ້ນຄົງ, ພື້ນຖານໂຄງລ່າງ ແລະ ການຄ້າ.


top