ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ

ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານປະເທດແຫ່ງ ສປປ ລາວ ບຸນທອງ ຈິດມະນີ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ (ພາບ: VOV)  

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ປາດຖະໜາວ່າ, ສອງປະເທດ ຈະສືບຕໍ່ສົມທົບກັນຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງ ປີ 2022 ໃຫ້ມີປະສິດທິຜົນ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ, ລວມທັງບັນດາກຳມາທິການ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ, ບັນດາຄະນະສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນບັນດາແຂວງທີ່ມີຊາຍແດນຮ່ວມ ຫຼື ແຮກສ່ຽວກັບບັນດາທ້ອງຖິ່ນຂອງລາວ.

ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ຢັ້ງຢືນວ່າ ລາວ ຍາມໃດກໍຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮ່ວມມື ແນໃສ່ປັບປຸງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ກັບ ຫວຽດນາມ. ຕາມທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ແລ້ວ, ເລື່ອງສອງປະເທດສົມທົບກັນຈັດຕັ້ງກິດຈະກຳເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໃຫ້ເປັນຢ່າງດີນັ້ນ ແມ່ນມີຄວາມໝາຍສຳຄັນຕໍ່ການພົວພັນແບບພິເສດ ລະຫວ່າງສອງຊາດ ຫວຽດນາມ - ລາວ. 


top