ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ

ເນື່ອງໃນໂອກາດນີ້, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ບັນດາວິສາຫະກິດ ຮ່ວມເດີນທາງພ້ອມກັບຄະນະໄດ້ມອບເຄື່ອງພາຫະນະ, ວັດຖຸອຸປະກອນ, ຫຼັກສູດການສອນ ແລະ ໜູນຊ່ວຍງົບປະມານໃຫ້ແກ່ແຂວງ ຈຳປາສັກ ເພື່ອສືບຕໍ່ປັບປຸງ, ຍົກສູງບັນດາໂຮງຮຽນມິດຕະພາບ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານເລຂາພັກແຂວງ,ເຈົ້າແຂວງແຂວງຈຳປາສັກ ວິໄລວົງ ບຸດດາຄຳ 

ໃນການຢ້ຽມຢາມ ລາວຢ່າງເປັນທາງການ, ຕ້ອນເຊົ້າວັນ ທີ 17 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຈຳປາສັກ. ທີ່ການຕ້ອນຮັບທ່ານເລຂາພັກແຂວງ,ເຈົ້າແຂວງແຂວງຈຳປາສັກ ວິໄລວົງ ບຸດດາຄຳ, ທ່ານ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງ ເລື່ອງ ແຂວງຈຳປາສັກ ເຖິງວ່າບໍ່ແມ່ນທ້ອງຖິ່ນມີຊາຍແດນຕິດກັບ ຫວຽດນາມກໍ່ຕາມ, ແຕ່ໃນໄລຍະຜ່ານມາ, ໄດ້ເປີດກວ້າງການພົວພັນຮ່ວມມື, ເປັນແຮກສ່ຽວກັບຫຼາຍທ້ອງຖິ່ນຂອງ ຫວຽດນາມ ຢ່າງບໍ່ຢຸດຢັ້ງ, ທ່ານມີຄວາມຫວັງວ່າ ແຂວງ ຈຳປາສັກຈະສືບຕໍ່ຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນ ຂອງ ຫວຽດນາມ, ສືບຕໍ່ເອົາໃຈໃສ່, ໜູນຊ່ວຍການເຄື່ອນໄຫວຂອງບັນດາວິສາຫະກິດ ຫວຽດນາມ ໃນການເຄື່ອນໄຫວລົງທຶນຢູ່ແຂວງ, ເອົາໃຈໃສ່, ຊຸກຍູ້ການອະນຸຍາດໃຫ້ເຂົ້າສັນຊາດລາວ ແກ່ຊາວຫວຽດນາມ ທີ່ດຳລົງຊີວິດຢູ່ແຂວງ ມາແຕ່ດົນນານ.

ເນື່ອງໃນໂອກາດນີ້, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ  ແລະ ບັນດາວິສາຫະກິດ ຮ່ວມເດີນທາງພ້ອມກັບຄະນະໄດ້ມອບເຄື່ອງພາຫະນະ, ວັດຖຸອຸປະກອນ, ຫຼັກສູດການສອນ ແລະ ໜູນຊ່ວຍງົບປະມານໃຫ້ແກ່ແຂວງ ຈຳປາສັກ ເພື່ອສືບຕໍ່ປັບປຸງ, ຍົກສູງບັນດາໂຮງຮຽນມິດຕະພາບ.

(ແຫຼ່ງຄັດຈາກ VOV)

top