ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຕອນບ່າຍວັນທີ 20 ມີນາ, ຢູ່ນະຄອນໂຮ່ຈິມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກ ໂຮ່ຈີມິນ ກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມນະຄອນໂຮ່ຈິມິນ ປີ 2021, ໜ້າທີ່ຈຸດສຸມໃນປີ 2022.

ຕອນບ່າຍວັນທີ  20 ມີນາ, ຢູ່ນະຄອນໂຮ່ຈິມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກ ໂຮ່ຈີມິນ ກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມນະຄອນໂຮ່ຈິມິນ ປີ 2021, ໜ້າທີ່ຈຸດສຸມໃນປີ 2022.

   

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ຄຳຕັກເຕືອນວ່າ: ນະຄອນ ໂຮ່ຈິມິນ ຕ້ອງຍູ້ແຮງການປະຕິຮູບດ້ານບໍລິຫານ; ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ຍົກສູງຄວາມສາມາດແກ່ງແຍ້ງ; ສຸມໃສ່ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພິເສດແມ່ນດຶງດູດ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດທັງຢູ່ພາຍໃນ ແລະ ຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານກ່າວວ່າ:

ສຸມໃສ່ໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດປະຕິບັດບັນດານະໂຍບາຍຟື້ນຟູເສດຖະກິດພິເສດແມ່ນບັນດານະໂຍບາຍກ່ຽວກັບປີການເງິນ, ເງິນຕາ ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ. ແກ້ໄຂບັນດາຄວາມຫຍຸ້ງຍາກປະຕິບັດບັນດາໂຄງການທີ່ແກ່ຍາວມາເປັນເວລາຫລາຍປີບັນດາໂຄງການ, ກິດຈະກຳຈຸດສຸມຂອງນະຄອນ ໂຮ່ຈິມິນ. ຍູ້ແຮງຄວາມຄືບໜ້າໃນການສ້າງແຜນຜັງນະຄອນໂຮ່ຈິມິນ, ການວາງແຜນຜັງເຂດໃຕ້ດິນຕົວເມືອງ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຫັນດີກັບແຜນຮ່າງພັດທະນານະຄອນໂຮ່ຈິມິນກາຍເປັນສູນກາງການເງິນສາກົນ; ທ່ານເນັ້ນໜັກວ່າ ຄວນມີມະຕິສະບັບໃໝ່ກ່ຽວກັບການທົດລອງບັນດາກົນໄກ, ນະໂຍບາຍສະເພາະເພື່ອພັດທະນານະຄອນໂຮ່ຈິມິນ.

(ແຫຼ່ງຄັດຈາກ VOV)


top