ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ບາ Manuel Marreto Cruz

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢັ້ງຢືນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ ກູບາ ຢ່າງແໜ້ນແຟ້ນ ເພື່ອແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານນິຕິກຳ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ກູບາ Manuel Marreto Cruz   

ຕອນບ່າຍວັນທີ 29ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ກູບາ Manuel Marreto Cruz  ທີ່ພວມມີການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 ກັນຍາ ຫາວັນທີ 2 ຕຸລາ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ   ຢັ້ງຢືນວ່າ ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປະຕິວັດເປັນທຳຂອງປະຊາຊົນ ກູບາ, ຖືເປັນສຳຄັນ, ຮັກສາ ແລະ ປະກອບສ່ວນເຂົ້າໃນການພັດທະນາ ນ້ຳໃຈສາມັກຄີ, ມິດຕະພາບ ແລະ ການພົວພັນຮ່ວມມືພິເສດ ລະຫວ່າງ ຫວຽດນາມ ແລະ ກູບາກ່ວາອີກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ   ຢັ້ງຢືນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ ກູບາ ຢ່າງແໜ້ນແຟ້ນ ເພື່ອແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານນິຕິກຳ, ຕິດຕາມກວດກາ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ.


top