ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ

ຕອນບ່າຍວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດປະຈຳ ຫວຽດນາມ Gareth Ward, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງການພັດທະນາອັນດີງາມໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາອັງກິດໃນຊຸມປີຜ່ານມາ.

ຕອນບ່າຍວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດປະຈຳ ຫວຽດນາມ Gareth Ward, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງການພັດທະນາອັນດີງາມໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາອັງກິດໃນຊຸມປີຜ່ານມາ. 

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານເອກອັກຄະລັດຖະທູດ ອັງກິດປະຈຳ ຫວຽດນາມ Gareth Ward

ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາການພົບປະ, ປຶກສາຫາລືຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະພັນລັດຖະສະພາໂລກ (IPU), ກອງປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ - ເອີລົບ (ASEP). ທ່ານກໍ່ເນັ້ນໜັກວ່າ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດສອງປະເທດແມ່ນປັດໄຈສຳຄັນປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດໃຫ້ຫຼາຍກ່ວາອີກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ປາດຖະໜາກວ່າ, ທ່ານເອກອັກຄະລັດຖະທູດ Gareth Ward ສືບຕໍ່ແມ່ນຂົວເຊື່ອມຕໍ່ໃຫ້ການເພີ່ມທະວີການພົວພັນລະຫວ່າງສອງສະພາແຫ່ງຊາດ, ທ່ານກໍ່ສະເໜີບັນດາການເຄື່ອນໄຫວຮ່ວມມືມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດໃນປີ 2023.

ສ່ວນທ່ານ Gareth Ward ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ທີ່ໄດ້ສົ່ງສານສະແດງຄວາມອວຍພອນໄປຍັງທ່ານປະທານສະພາສູງ ອັງກິດ John McFall ແລະ ທ່ານປະທານສະພາຕ່ຳອັງກິດ Lindsay Hoyle ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຄອງລາດຂອງ ພະລາຊີນີ Elizabeth ທີ II - ເຊິ່ງແມ່ນເຫດການທີ່ມີຄວາມໝາຍສຳຄັນທີ່ສຸດ ຕໍ່ປະເທດຊາດ ແລະ ປະຊາຊົນອັງກິດ. ທ່ານເອກອັກຄະລັດຖະທູດ ອັງກິດ ກໍ່ໃຫ້ຮູ້ວ່າ, ການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາສຳຄັນຂອງທົ່ວໂລກໃນປັດຈຸບັນ. ກ່ຽວກັບຂົງເຂດນີ້, ລັດຖະບານອັງກິດ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຫວຽດນາມ ຢູ່ COP26 ແລະ ການກຳນົດທິດພັດທະນາແບບຍືນຍົງ, ພັດທະນາສີຂຽວ ເຊິ່ງ ຫວຽດນາມ ພວມມານະພະຍາຍາມປະຕິບັດ. ນີ້ແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top