ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້: ສ້າງ​ຂະ​ແໜງ​ພິມ​ຈຳ​ໜ່າຍ​ໃຫ້​ກາຍ​ເປັນ​ພາ​ກ​ສ່ວນ​ສຳ​ຄັນ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທໍ​າ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂອງຂະແໜງພິມຈຳໜ່າຍປຶ້ມ ຫວຽດນາມ ຄົບຮອບ 70 ປີ (ວັນທີ 10/10/1952 – 10/10/2022), ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ພົບປະກັບພະນັກງານຜູ້ອາວຸໂສ ແລະ ຜູ້ແທນດີ່ເດັ່ນ 86 ທ່ານ ໃນຂົງເຂດພິມຈຳໜ່າຍປຶ້ມ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)  

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວວ່າ:

“ຂ້າພະເຈົ້າຖືວ່າ, ຂະແໜງພິມຈຳໜ່າຍ, ເຊິ່ງໃນນັ້ນ ລວມທັງການພິມ ແລະ ການຈຳໜ່າຍ ແມ່ນຂະແໜງປະຈັນບານໃນແນວໂຮມດ້ານແນວຄິດ, ວັດທະນະທຳ ແລະ ພວກເຮົາຈະສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນໄດ້ຫຼືບໍ່ນັ້ນ, ຂະແໜງນີ້ ແມ່ນມີບົດບາດຢ່າງໃຫຍ່ຫຼວງ. ໄປຄຽງຄູ່ກັນນັ້ນ, ເປົ້າໝາຍທີ່ເຮັດວຽກງານນີ້ ກໍ່ແມ່ນວິສາຫະກິດ ແລະ ນັກທຸລະກິດ. ໃນໄລຍະເວລາ 35 ປີແຫ່ງການປ່ຽນແປງໃໝ່ ແລະ ພິເສດແມ່ນໃນກອງປະຊຸມສູນກາງພັກຄັ້ງທີ 6 ຜ່ານມາ, ກໍໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຍູ້ແຮງພາລະກິດຫັນເປັນປະເທດອຸດສາຫະກຳແ ລະ ທັນສະໄໝ. ໃນນັ້ນ, ຍັງກຳນົດວ່າ ຖັນແຖວວິສາຫະກິດ, ນັກທຸລະກິດ ຍາມໃດກໍແມ່ນກຳລັງປະຈັນບານ ແລະ ນຳໜ້າ”.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍບອກເຕືອນວ່າ ຄວນສຸມໃສ່ວາງແຜນຜັງເຄືອຂ່າຍການສື່ສານ, ການກະຈາຍສຽງ - ໂທລະພາບ, ຂໍ້ມູນເອເລັກໂຕນິກ, ຮາກຖານພິມຈຳໜ່າຍໄລຍະ 2021 – 2023, ວິໄສທັດຮອດປີ 2050 ຂອງ ລັດຖະບານ; ສູ້ຊົນສ້າງຂະແໜງພິມຈຳໜ່າຍໃຫ້ກາຍເປັນພາກສ່ວນສຳຄັນຂອງຂະແໜງອຸດສາຫະກຳວັດທະນະທຳ.


top