ຕອນບ່າຍວັນທີ 4 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີການພົບປະແລກປ່ຽນຄຳເຫັນກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese (ພາບ: VGP)
ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ແລກປ່ຽນກ່ຽວກັບຫຼາຍບັນຫາແນໃສ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດເວົ້າລວມ ກໍຄື ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດເວົ້າສະເພາະ ໃຫ້ພັດທະນາສົມກັບສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປັດຈຸບັນ.
ຜ່ານທ່ານນາຍົກລັດຖະມົນຕີ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ກໍໄດ້ຝາກຄຳເຊີນໄປຍັງສະພາສູງ ແລະ ສະພາຕຳ ອົດສະຕາລີ ຈັດສົ່ງຄະນະສະມາຊິກລັດຖະສະພາມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ໂດຍ ຫວຽດນາມ ເປັນປະເທດເຈົ້າພາບຈັດຂຶ້ນໃນເດືອນກັນຍາຈະມາເຖິງ.
ສ່ວນທ່ານນາຍົກລັດຖະມົນຕີ ອົດສະຕາລີ ຖືວ່າ ການແລກປ່ຽນ, ເພີ່ມທະວີ, ທຳຄວາມເຂົ້າໃຈລະຫວ່າງສະມາຊິກລັດຖະສະພານັ້ນ, ສະພາແຫ່ງຊາດສວມບົດບາດສຳຄັນ. ໃນໄລຍະດຳລົງຕຳແໜ່ງຂອງຕົນ, ທ່ານນາຍົກລັດຖະມົນຕີ ຈະປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.