ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສະ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ຖ໊າຍງວຽນ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ປາດຖະໜາວ່າ ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຖ໊າຍງວຽນ ຈົ່ງເສີມຂະຫຍາຍນ້ຳໃຈສາມັກຄີ, ມູນເຊື້ອປະຕິວັດ ແລະ ຜົນງານທີ່ບັນລຸໄດ້, ກາຍເປັນແຂວງພັດທະນາທີ່ດີຂອງທົ່ວປະເທດໂດຍໄວ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກ. 
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມອບເງິນເພື່ອກໍ່ສ້າງເຮືອນມະຫາສາມັກຄີ (ພາບ: TTXVN)

ເພື່ອສະເຫຼີມສະຫຼອງວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ ຄົບຮອບ 91 ປີ (18/11/1930 – 18/11/2021), ຕອນເຊົ້າວັນທີ 16 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ຄຸ້ມບ້ານ ກວຽດເຕິມ, ຕາແສງ ຈູງເລືອງ, ເມືອງດິ່ງຮວ໊າ, ແຂວງ ຖ໊າຍງວຽນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ປາດຖະໜາວ່າ ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຖ໊າຍງວຽນ ຈົ່ງເສີມຂະຫຍາຍນ້ຳໃຈສາມັກຄີ, ມູນເຊື້ອປະຕິວັດ ແລະ ຜົນງານທີ່ບັນລຸໄດ້, ກາຍເປັນແຂວງພັດທະນາທີ່ດີຂອງທົ່ວປະເທດໂດຍໄວ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກ. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ມອບເງິນຈຳນວນ 300 ລ້ານດົ່ງໃຫ້ແກ່ປະຊາຊົນ ຄຸ້ມບ້ານ ເກົ່າດ່າ ເພື່ອກໍ່ສ້າງຫໍວັດທະນະທຳ; ມອບເງິນຈຳນວນ 2,5 ຕື້ດົ່ງ ຈາກກອງທຶນເພື່ອຄົນທຸກຍາກເພື່ອກໍ່ສ້າງເຮືອນມະຫາສາມັກຄີ ຈຳນວນ 50 ຫຼັງໃຫ້ແກ່ຜູ້ທຸກຍາກຢູ່ທ້ອງຖິ່ນ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ໃກ້ທຸກຍາກຢູ່ຕາແສງ ຈູງເລືອງ.
(ແຫຼ່ງຄັດຈາກ VOV)

top