ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ເຈິນ​ແທັງ ຄວນ​ຢັ້ງ​ຢືນ​​ບົດ​ບາດ​ເປັນສູນ​ກາງ​ອຸດ​ສາ​ຫະ​ກຳ ຈຸດ​ສຸມ​ຂອງ​ແຂວງ​ບິ່ງ​ເຟືອກ

ຕອນເຊົ້າວັນທີ 1 ຕຸລາ, ຢູ່ເທດສະບານ ເຈິນແທັງ, ແຂວງ ບິ່ງເຟືອກ ໄດ້ດຳເນີນພິທີປະກາດ ມະຕິຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສ້າງເທດສະບານ ເຈິນແທັງ ແລະ ບັນດາບ້ານຂຶ້ນກັບຕາແສງ ເຈິນແທັງ, ແຂວງ ບິງເຟືອກເຊິ່ງມີການເຂົ້າຮ່ວມຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີ (ພາບ: VOV)  

 

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງບັນດາໝາກຜົນເຊິ່ງ ເຈິນແທັງບັນລຸໄດ້, ພ້ອມທັງຖືວ່າ ການພັດທະນາ ເສດຖະກິດ - ສັງຄົມ, ອັດຕາຄວາມໄວໃນການຫັນເປັນຕົວເມືອງ ຂອງທ້ອງຖິ່ນ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການຫັນປ່ຽນໄປຍັງຮູບແບບອຳນາດການປົກຄອງຕົວເມືອງ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ ແລະ ການຄຸ້ມຄອງບໍລິຫານລັດ ໃນບໍລິເວນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປ່ຽບຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ທ່ານໃຫ້ຮູ້ວ່າ:

ເຈິນແທັງ ຄວນສຸມໃສ່ຜັນຂະຫຍາຍບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ຍົກສູງຄຸນນະພາບຕົວເມືອງ, ພັດທະນາຕົວເມືອງແບບຍືນຍົງຄື: “ສ້າງວັດທະນະທຳ ແລະ ວິຖີຊີວິດຕົວເມືອງ ສີວິໄລ”, “ປະຕິບັດການວາງແຜນກຳນົດບໍລິເວນວັດທະນະທຳຕົວເມືອງ ຕອບສະໜອງຄວາມຮຽກຮ້ອງຕ້ອງການປະດິດຄິດສ້າງ ແລະ ຊົມໃຊ້ຂອງປະຊາຊົນໃຫ້ສຳເລັດຜົນ, ເອົາໃຈໃສ່ເຖິງການສ້າງເຂດວັດທະນະທຳຊຸມຊົນ ຫຼາຍແຫ່ງ”,  “ໃຫ້ບຸລິມະສິດແຫຼ່ງກຳລັງພັດທະນາບັນດາການບໍລິການສັງຄົມພື້ນຖານຢູ່ຕົວເມືອງ, ເປັນຕົ້ນແມ່ນການບໍລິການສຶກສາ, ການແພດ ແລະ ເບິ່ງແຍງສຸຂະພາບ”, “ສົ່ງເສີມບັນດາຕົວເມືອງສ້າງເຄື່ອງໝາຍຕິດພັນກັບການຊຸກຍູ້ການພັດທະນາເສດຖະກິດຂອງຕົວເມືອງ. ເອົາໃຈໃສ່ເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ບັນດາຕົວເມືອງ”.


top