ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ແລະ ປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ Om Birla ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເປີດ​ສາຍ​ການ​ບິນ​ໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ

ຕອນບ່າຍວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນການບິນ Vietjet ໄດ້ຈັດພິທີປະກາດເປີດສາຍການບິນໃໝ່ໄປຍັງ ອິນເດຍ ດ້ວຍການເປັນສັກສີພິຍານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ປະທານສະພາຕ່ຳ ອິນເດຍ Om Birla.

ຕອນບ່າຍວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນການບິນ Vietjet ໄດ້ຈັດພິທີປະກາດເປີດສາຍການບິນໃໝ່ໄປຍັງ ອິນເດຍ ດ້ວຍການເປັນສັກສີພິຍານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ປະທານສະພາຕ່ຳ ອິນເດຍ Om Birla.

    

ພິທີປະກາດເປີດສາຍການບິນໃໝ່ໄປຍັງ ອິນເດຍ  (ພາບ: quochoi.vn)

ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາຕ່ຳ ອິນເດຍ Om Birla, ຕອນບ່າຍວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນການບິນ Vietjet ໄດ້ຈັດພິທີປະກາດເປີດສາຍການບິນໃໝ່ໄປຍັງ ອິນເດຍ, ລວມມີ ຮ່າໂນ້ຍ - Mumbai, ນະຄອນ ໂຮ່ຈີມິນ - Mumbai, ຝູກວກ - New Delhi ແລະ ຝູກວກ - Mumbai, ເຊິ່ງເປັນການສ້າງຂີດໝາຍແກ່ການການເຄື່ອນໄຫວຄືນໃໝ່ ແລະ ເປີດກວ້າງການເຄື່ອນໄຫວຂອງບໍລິສັດການບິນຢູ່ປະເທດທີ່ມີປະຊາກອນ 1,4 ຕື້ ຄົນ. ເຫດການດັ່ງກ່າວຖຶກດຳເນີນດ້ວຍການເປັນສັກສີພິຍານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ປະທານສະພາຕ່ຳ ອິນເດຍ Om Birla.

        ກໍເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາຕ່ຳ Om Birla ໄດ້ເປັນສັກຂີພິຍານພິທີແລກປ່ຽນຂໍ້ຕົກລົງສ້າງຕັ້ງບໍລິສັດຮ່ວມທຸລະກິດເຕັກໂນໂລຢີຂໍ້ມູນຂ່າວສານລະຫວ່າງ Galaxy Digital Holdings,  ເຊິ່ງເປັນສະມາຊິກຂອງກຸ່ມບໍລິສັດ Sovico ແລະ ກຸ່ມບໍລິສັດ Tech Mahindra Limited (ອິນເດຍ). ບໍລິສັດຮ່ວມທຸລະກິດນີ້ ຈະສຸມໃສ່ການສ້າງສູນພັດທະນາຊອບແວທົ່ວໂລກຢູ່ ຫວຽດນາມ, ສະໜອງການບໍລິການພື້ນຖານຂໍ້ມູນຂະໜາດໃຫຍ່, AI/ML (ປັນຍາປະດິດ ແລະ ການຮຽນຮູ້ຂອງເຄື່ອງຈັກ), ພັດທະນາສູນຄົ້ນຄວ້າ ແລະ ປະດິດຄິດສ້າງ, ສູນບຳລຸງສ້າງກຳລັງຄວາມສາມາດເຕັກໂນໂລຢີຂໍ້ມູນຂ່າວສານ…

        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກືອງ ເຮັດວຽກກັບທ່ານ Om Birla ປະທານສະພາຕ່ຳ ສາທາລະນະລັດ ອິນເດຍ.

(ແຫຼ່ງຄັດຈາກ VOV)


top