ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ​ນິວ​ຊີ​ແລນ ຢ່າງ​ເປັນ​ທາງ​ການ

ໃນສະພາບການສອງປະເທດພວມເປີດປະຕູພາຍຫຼັງພະຍາດໂຄວິດ - 19 ແລະ ຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ນິວຊີແລນ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວລີແລນ ເລິກເຊິ່ງກ່ວາອີກ.

ໃນສະພາບການສອງປະເທດພວມເປີດປະຕູພາຍຫຼັງພະຍາດໂຄວິດ - 19 ແລະ ຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ນິວຊີແລນ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວລີແລນ ເລິກເຊິ່ງກ່ວາອີກ.

  ຊາວຫວຽດນາມອາໄສຢູ່ນິວຊີແລັນຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  

ໂດຍໄດ້ຮັບການເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດນິວຊີແລນ, ຕອນບ່າຍວັນທີ 3 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດສະໜາມບິນ Auckland, ເລີ່ມຕົ້ນການຢ້ຽມຢາມ ນິວຊີແລັນ ຢ່າງເປັນທາງການ ໃນລະຫວ່າງວັນທີ 3 – 7 ທັນວາ. ຕ້ອນຮັບຄະນະຢູ່ສະໜາມບິນ, ຝ່າຍນິວຊີແລນ ມີຜູ້ຕາງໜ້າລັດຖະບານນິວຊີແລນ, ອຳນາດການປົກຄອງ ນະນອນ Auckland. ສ່ວນຝ່າຍຫວຽດນາມ ມີທ່ານ ຫງວຽນວັນຈຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລັນ ແລະ ບັນດາພະນັກງານສະຖານທູດ ຫວຽດນາມ ປະຈຳ ນິວຊີແລັນ. ໃນສະພາບການສອງປະເທດພວມເປີດປະຕູພາຍຫຼັງພະຍາດໂຄວິດ - 19 ແລະ ຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ນິວຊີແລນ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວລີແລນ ເລິກເຊິ່ງກ່ວາອີກ ແລະ ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ເປີດແງ່ຫວັງໃໝ່ໃນການພົວພັນສອງປະເທດກໍຄືລະຫວ່າງສອງອົງການນິຕິບັນຍັດສອງປະເທດ, ບໍ່ພຽງແຕ່ໃນຂອບເຂດສອງຝ່າຍເທົ່ານັ້ນຫາກຍັງຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນອີກດ້ວຍ.

 

top