ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ

ກ່ອນນີ້ 100 ປີ, ທ່ານປະທານ ໂຮ່ຈີມິນໄດ້ມາດຳລົງຊີວິດ ແລະ ເຮັດວຽກຢູ່ໂຮງແຮມ Carlton. ເພື່ອສະແດງຄວາມເຄົາລົບຮັກຕໍ່ເພິ່ນ, ສະມາຄົມມິດຕະພາບ ອັງກິດ - ຫວຽດນາມ ແລະ ເພື່ອນມິດອັງກິດທີ່ຮັກແພງ ຫວຽດນາມ ໄດ້ຕັ້ງ ປ້າຍອາໄລຫາສີຟ້າແຫ່ງສັນຕິພາບ ດ້ວຍແຖວໜັງສື “ໂຮ່ຈີມິນ (1890 - 1969) - ຜູ້ໃຫ້ກຳເນີດປະເທດ ຫວຽດນາມ - ໄດ້ເຮັດວຽກຢູ່ໂຮງແຮມ Carlto, ອາຄານເກົ່າແກ່ຢູ່ຜືນດິນນີ້, ປີ 1913”. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຖະຫວາຍດອກໄມ້ ແລະ ໄວ້ອາໄລ, ກົ້ມຫົວໄວ້ອາໄລຫາປະທານໂຮ່ຈີມິນແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກເປັນເວລາ 1 ນາທີ.

(ແຫຼ່ງຄັດຈາກ VOV)

top