ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານ, ລັດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດເວົ້າລວມ, ໃນນັ້ນ ມີວິສາຫະກິດ, ນັກລົງທຶນຂອງ ອາເມລິກາ, ສະມາຊິກຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ເວົ້າສະເພາະ, ສືບຕໍ່ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານ, ລັດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດເວົ້າລວມ, ໃນນັ້ນ ມີວິສາຫະກິດ, ນັກລົງທຶນຂອງ ອາເມລິກາ, ສະມາຊິກຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ເວົ້າສະເພາະ, ສືບຕໍ່ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້  ຕ້ອນຮັບສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ ແລະ ການນຳຂັ້ນສູງວິສາຫະກິດອາເມລິກາ

ຕອນບ່າຍວັນທີ 09 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການໃຫຍ່ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ພ້ອມດ້ວຍການນຳຂັ້ນສູງຂອງບັນດາວິສາຫະກິດ ອາເມລິກາ ກວ່າ 40 ທ່ານ ທີ່ເຄື່ອນໄຫວໃນຂົງເຂດສິນຄ້າອຸປະໂພກ, ພະລັງງານອຸດສາຫະກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການບໍລິການການເງິນ ແລະ ຂົງເຂດອື່ນໆ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານ, ລັດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດເວົ້າລວມ, ໃນນັ້ນ ມີວິສາຫະກິດ, ນັກລົງທຶນຂອງ ອາເມລິກາ, ສະມາຊິກຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ເວົ້າສະເພາະ, ສືບຕໍ່ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.

     “ບົນເນື້ອໃນຈິດໃຈນັ້ນ, ສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກໃຫ້ທຸກພາກສ່ວນເສດຖະກິດ, ທຸກວິສາຫະກິດ ແລະ ນັກລົງທຶນທຸກຄົນ ໃນນັ້ນ ບັນດາວິສາຫະກິດຂອງ ອາເມລິກາ ແລະ ບັນດາສະມາຊິກໃນສະພາດຳເນີນທຸລະກິດ ອາເມລິກາ ເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ສືບຕໍ່ມີຄວາມອຸ່ນອ່ຽນໃຈເປີດກວ້າງຂອບຂະໜາດການລົງທຶນເຂົ້າໃນຂົງເຂດ ເຊິ່ງ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄືໃນປັດຈຸບັນ, ການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນລະຫວ່າງສອງປະເທດສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳ ໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ອາເມລິກາ.”

     ທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການໃຫຍ່ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ຢັ້ງຢືນວ່າ ບັນດາວິສາຫະກິດ ອາເມລິກາ ຢາກພ້ອມກັບ ຫວຽດນາມ ຊຸກຍູ້ການພັດທະນາພື້ນຖານເສດຖະກິດດີຈີຕອນ, ຜ່ານນັ້ນ ຊຸກຍູ້ການເຕີບໂຕເສດຖະກິດເວົ້າລວມ, ຊ່ວຍວິສາຫະກິດ ຫວຽດນາມ ຟື້ນຟູ, ພ້ອມທັງປະກອບສ່ວນຍົກສູງການພົວພັນການຄ້າສອງຝ່າຍລະຫວ່າງສອງປະເທດຂຶ້ນຕື່ມອີກ.

(ແຫຼ່ງຄັດຈາກ VOV)


top