ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ຈະ​ແມ່ນ​ສູນ​ສົ່ງ​ຕໍ່​ເພື່ອ​​ໃຫ້ Boeing ສ້າງ​ເປັນ​ທີ່​ໝັ້ນຍຸດ​ທະ​ສາດ

ຕອນບ່າຍວັນທີ 19 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Michael Arthur ຮອງປະທານກຸ່ມບໍລິສັດ Boeing ທັງເປັນປະທານຮັບຜິດຊອບ Boeing ທົ່ວໂລກ.

ຕອນບ່າຍວັນທີ 19 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Michael Arthur ຮອງປະທານກຸ່ມບໍລິສັດ Boeing ທັງເປັນປະທານຮັບຜິດຊອບ Boeing ທົ່ວໂລກ.

 

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Michael Arthur ຮອງປະທານກຸ່ມບໍລິສັດ Boeing ທັງເປັນປະທານຮັບຜິດຊອບ Boeing ທົ່ວໂລກ 

ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ແກ່ Boeing ກໍຄືວິສາຫະກິດຕ່າງປະເທດ, ໃນນັ້ນມີ Boeing ລົງທຶນ,ດຳເນີນທຸລະກິດຢູ່ ຫວຽດນາມ.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຫວັງວ່າ Boeing ຈະເປີດກວ້າງກຳລັງຄວາມສາມາດຂອງຫ້ອງການຜູ້ຕາງໜ້າ ປະຈຳ ຫວຽດນາມ, ຊົມເຊີຍ ແລະ ສະໜັບສະໜູນແຜນການຂອງ Boeing ກໍ່ຕັ້ງສູນຄົ້ນຄວ້າພັດທະນາ ແລະ ໜູນຊ່ວຍດ້ານເຕັກນິກຢູ່ ຫວຽດນາມ ເພື່ອຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍຄື ບຳລຸງສ້າງ, ເຕັກນິກ, ບຳລຸງຮັກສາສ້ອມແປງຍົນ; ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະເປັນສູນສົ່ງຕໍ່ເພື່ອໃຫ້ Boeing  ສ້າງເປັນທີ່ໝັ້ນຍຸດທະສາດ.

        ທ່ານ Michael Arthur ຮອງປະທານກຸ່ມບໍລິສັດ Boeing ທັງເປັນປະທານຮັບຜິດຊອບ Boeing ທົ່ວໂລກ ໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດທຳອິດ ເຊິ່ງ Boeing ເລືອກເປີດຫ້ອງການຕາງໜ້າ ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ; ສິ່ງນີ້ໄດ້ຢັ້ງຢືນວ່າ ຈະສືບຕໍ່ເປີດກວ້າງການເຄື່ອນໄຫວໜູນຊ່ວຍຍົກສູງກຳລັງຄວາມສາມາດຜ່ານການບຳລຸງສ້າງ, ຊຸກຍູ້ການສ້າງພື້ນຖານໂຄງລ່າງທາງການບິນ ແລະ ສົມທົບກັບອົງການຄຸ້ມຄອງອອກໃບຢັ້ງຢືນການບິນ, ເປີດກວ້າງລະບົບສະໜອງ ແລະ ການເຄື່ອນໄຫວຕ່າງໆ.

(ແຫຼ່ງຄັດຈາກ VOV)


top