ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິງ​ກະ​ໂປ Tan Chuan – Jin ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ທາງ​ການ ຢ່າງ​ຈົບ​ງາມ

ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ Tan Chuan – Jin ໄດ້ເຂົ້າຮ່ວມພິທີຕ້ອນຮັບທາງການ, ພົບປະເຈລະຈາ ກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ Tan Chuan – Jin ໄດ້ເຂົ້າຮ່ວມພິທີຕ້ອນຮັບທາງການ, ພົບປະເຈລະຈາ ກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ  ຫງວຽນຊວັນຟຸກ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

   

ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ສິ້ນສຸດການຢ້ຽມຢາມ ຫວຽດນາມທາງການ ຢ່າງຈົບງາມ (ພາບ: TTXVN)

ຕອນບ່າຍວັນທີ 20 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດ ສິງກະໂປ ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 18 – 20 ພຶດສະພາ 2022 ຢ່າງຈົບງາມ, ຕາມຄຳເຊື້ອເຊີນ ຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

        ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ Tan Chuan – Jin ໄດ້ເຂົ້າຮ່ວມພິທີຕ້ອນຮັບທາງການ, ພົບປະເຈລະຈາ ກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ  ຫງວຽນຊວັນຟຸກ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ທີ່ການພົບປະເຈລະຈາຂັ້ນສູງ, ສອງຝ່າຍໄດ້ຕີລາຄາວ່າ ການຢ້ຽມຢາມ ມີຄວາມໝາຍສຳຄັນທີ່ສຸດ ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສິງກະໂປ ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນໃນສະພາບທີ່ສອງປະເທດກຳລັງມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງຄູ່ຮ່ວມມືຍຸດທະສາດໃນປີ 2023. ການນຳຂັ້ນສູງສອງປະເທດ ມີການແລກປ່ຽນເປັນປະຈຳ, ການທູດປະຊາຊົນມີຫຼາຍຮູບການຮ່ວມມື, ແລກປ່ຽນເພື່ອເພີ່ມທະວີນ້ຳໃຈສາມັກຄີ. ສອງປະເທດ ກໍ່ມີການຮ່ວມສຳພັດນເສດຖະກິດນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ສອງຝ່າຍ ຢັ້ງຢືນວ່າ ບໍ່ພຽງແຕ່ເຊື່ອມຕໍ່ທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງເຊື່ອມຕໍ່ຍຸດທະສາດສອງຊາດກັບຫຼາຍຂົງເຂດຕື່ມອີກ. ການນຳສອງປະເທດກໍ່ແລກປ່ຽນກ່ຽວກັບສະພາບການພາກພື້ນ, ໂລກ ແລະ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ແລະກໍ່ໃນການຢ້ຽມຢາມຄັ້ງນີ້, ວັນທີ 20 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ໄດ້ມີການແບ່ງປັນກ່ຽວກັບວຽກງານຈັດຕັ້ງ SEA Games 31 ຢູ່ ຫວຽດນາມ, ກໍ່ຄືບັນດາບັນຫາທີ່ກ່ຽວຂ້ອງເຖິງ ທັບນັກກິລາ ປະເທດນີ້.

        ໜັງສືພິທ Strait Times ໄດ້ຄັດສະເໜີຄຳເວົ້າຂອງທ່ານ Tan Chuan – Jin, ເພິ່ນກໍ່ເປັນປະທານຄະນະກຳມະການ ໂອລິມປິກແຫ່ງຊາດ ສິງກະໂປ, ຕີລາຄາ ຫວຽດນາມ ວ່າ ໄດ້ຈັດຕັ້ງ SEA Games “ໃນລະດັບຊັ້ນນຳ”.

        ກໍ່ໃນການຕອບສຳພາດຕໍ່ນັກຂ່າວ, ທ່ານ Tan Chuan – Jin ໄດ້ຮຽກຮ້ອງໃຫ້ປະຊາຊົນສິງກະໂປ ສືບຕໍ່ໃຫ້ກຳລັງໃຈນັກກິລາ ທີ່ພວມແຂ່ງຂັນຢູ່ SEA Games 31.

(ແຫຼ່ງຄັດຈາກ VOV)


top