ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫງ​ຊາດ ເວືອງ​ດິ່ງ​ເຫ້ວ ໄດ້​ພົບ​ປະ​ກັບ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ.

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ.

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ພົບປະກັບກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວໄດ້ຕີລາຄາສູງການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ນັບແຕ່ເວລາສ້າງຕັ້ງມາຮອດປັດຈຸບັນ. ຜ່ານການຕິດຕາມການເຄື່ອນໄຫວຢູ່ສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ມີຄວາມຂະຫຍັນຂັນເຄື່ອນ, ສຸດຈິດສຸດໃຈ, ເຂົ້າຮ່ວມການປະກອບສ່ວນໃນວຽກງານນິຕິກຳ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ດ້ວຍຈຳນວນຫຼາຍ, ມີບາງຄຳເຫັນແຫຼມຄົມ, ຮອບດ້ານ ໄດ້ຮັບການຮັບຮູ້ຈາກຜູ້ມີສິດເລືອກຕັ້ງ

        ເພື່ອສືບຕໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງ ແລະ ຍົກສູງປະສິດທິຜົນ, ຄຸນນະພາບການເຄື່ອນໄຫວ, ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດໜຸ່ມ, ຝຶກຝົນຫຼໍ່ຫຼອມ ເພື່ອສືບຕໍ່ສູ້ຊົນ, ປຸກລຸກ, ເສີມຂະຫຍາຍບຸກຄະລາກອນໜຸ່ມໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານ ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າມີຄວາມປາດຖະໜາຢ່າງຍິ່ງວ່າ ສະມາຊິກສະພາແຫ່ງຊາດໜຸ່ມ ແລະ ກຸ່ມສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ແມ່ນຂົວເຊື່ອມຕໍ່ຢ່າງມີປະສິດທິພາບ, ປະສິດທິຜົນເປັນປະຈຳ, ລະຫວ່າງການເຄື່ອນໄຫວຂອງສະພາແຫ່ງຊາດ ກັບຜູ້ມີສິດເລືອກຕັ້ງເວົ້າລວມ ແລະ ເປັນຕົ້ນແມ່ນຜູ້ມີສິດເລືອກຕັ້ງໜຸ່ມເປັນສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກສຶກສາ ແລະ ໄວໜຸ່ມໃນທົ່ວປະເທດ. ຂ້າພະເຈົ້າກໍ່ຫວັງວ່າ ຄະນະຊາວໜຸ່ມສູນກາງຈະເອົາໃຈເຖິງກຸ່ມ, ຕິດພັນກັບການເຄື່ອນໄຫວຂອງຄະນະຊາວໜຸ່ມສູນກາງ, ເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດ, ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາກຂອງຜູ້ມີສິດເລືອກຕັ້ງໜຸ່ມ, ປະຊາຊົນທີ່ມີຕໍ່ສະພາແຫ່ງຊາດ. ຜ່ານນັ້ນປະກອບສ່ວນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດຕໍ່ພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)


top