ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ຕອນບ່າຍວັນທີ 9 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ປະເທດຕ່າງໆເຂົ້າຍື່ນສານຕາຕັ້ງ.

ຕອນບ່າຍວັນທີ 9 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ປະເທດຕ່າງໆເຂົ້າຍື່ນສານຕາຕັ້ງ.

    

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Ganesh Prasad Dhakal ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ (ພາບ: TTXVN)

ທີ່ການຕ້ອນຮັບທ່ານ Ernest Mbaimba Ndomahina, ເອກອັກຄະລັດຖະທູດ ສາທາລະນະລັດ ເຊຍຣາ ເລອອນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດວຽກງານທາງການທູດຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຈະມານະພະຍາມປະກອບສ່ວນນຳການພົວພັນລະຫວ່າງສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່; ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ຂຸດຄົ້ນກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງຂອງສອງປະເທດໃຫ້ດີກວ່າອີກ.

        ໃນການຕ້ອນຮັບທ່ານ Ganesh Prasad Dhakal ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືກັບ ເນປານ ເປັນສຳຄັນ; ສະເໜີໃຫ້ສອງປະເທດຍູ້ແຮງການເຄື່ອນໄຫວຮ່ວມມືໃນຂົງເຂດຕ່າງໆຄື ແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະ ພິເສດແມ່ນຍົກສູງວົງເງິນການຄ້າສອງຝ່າຍ.

        ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ສາທາລະນະລັດ ໂດມີນີກາ Jaime Yorquis Francisco Rodriguez, ທ່ານເອກອັກຄະລັດຖະທູດ ສາທາລະນະລັດ ມານດິບ Mohamed Jinah ແລະ ທ່ານເອກອັກຄະລັດຖະທູດ ສາທາລະນະລັດ ກົວເຕມາລາ Carlos Humberto Jiménez Licona ເຂົ້າຍື່ນສານຕາຕັ້ງເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


top