ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ

ຕອນບ່າຍວັນທີ 12 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ມອບຂອງຂວັນລະດົມກຳລັງໃຈບັນດາແພດໝໍ, ພະຍາບານຢູ່ໂຮງໝໍ ດ່າໜັງ ແລະ ໂຮງໝໍ C ດ່າໜັງ. 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ລົງຢ້ຽມຢາມ, ມອບຂອງຂວັນລະດົມກຳລັງໃຈບັນດາແພດໝໍ, ພະຍາບານຢູ່ໂຮງໝໍ ດ່າໜັງ (ພາບ: nhandan.vn)

ນີ້ແມ່ນໂຮງໝໍສອງແຫ່ງທີ່ມີຜົນງານຫຼາຍຢ່າງໃນວຽກງານວິຊາສະເພາະ, ຮັບໃຊ້ວຽກງານກວດ, ປິ່ປປົວພະຍາດໃຫ້ແກ່ປະຊາຊົນນະຄອນ ດ່າໜັງ ແລະ ຫຼາຍແຂວງ ນັບແຕ່ແຂວງ ເງະອານ ຕະຫຼອດຮອດບັນດາແຂວງໄຕງວຽນ, ພ້ອມດຽວກັນນັ້ນ, ບັນດາໂຮງໝໍດັ່ງກ່າວກໍປະຕິບັດວຽກງານຮັບ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໄດ້ເປັນຢ່າງດີ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ການພັດທະນາຂອງບັນດາໂຮງໝໍແຫ່ງດັ່ງກ່າວ, ກາຍເປັນສູນກວດ, ປິ່ນປົວພະຍາດທີ່ມີຊື່ສຽງຢູ່ພາກກາງ, ເຂດໄຕງວຽນຂອງ ຫວຽດນາມ.

        ຊົມເຊີຍ, ຮັບຮູ້ບັນດາຜົນງານທີ່ໂຮງໝໍສອງແຫ່ງດັ່ງກ່າວບັນລຸໄດ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ຕີລາຄາສູງຂອງການນຳພັກ, ລັດທີ່ມີຕໍ່ວຽກງານຊີ້ນຳ, ນຳພາ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງຂະແໜງສາທາລະນະສຸກ ນະຄອນ, ພິເສດແມ່ນພະນັກງານການແພດ ທີ່ມີບົດບາດສຳຄັນທີ່ສຸດໃນການຮັບມືກັບໂລກລະບາດໂຄວິດ - 19. ນີ້ແມ່ນຜົນສຳເລັດຢ່າງໃຫຍ່ຫຼວງ,  ເປັນໜ້າຮັບຮູ້ຊື່ນຊົມ ແລະ ແຜ່ກະຈາຍອອກ.

(ແຫຼ່ງຄັດຈາກ VOV)


top