ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວ​ັນ​ຟຸກ ເຮັດ​ວຽກ​ກັບ ປະ​ທານ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ສ.ເກົາຫຼີ - ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ

ຕອນເຊົ້າວັນທີ 30 ມິຖຸນາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ ທັງເປັນປະທານກຸ່ມບໍລິສັດ Panko ຜ່ານທາງອອນລາຍ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ ຜ່ານທາງອອນລາຍ (ພາບ: VOV)

ທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ, ໃນນັ້ນ ມີກຸ່ມບໍລິສັດ Panko. ພ້ອມທັງຊົມເຊີຍບັນດາວິສາຫະກິດ ສ.ເກົາຫຼີ ທີ່ມີຄວາມສົນໃຈເຂົ້າມາລົງທຶນຢູ່ ຫວຽດນາມ, ອັນໄດ້ເປັນການປະກອບສ່ວນຢ່າງແທດຈິງເຂົ້າໃນການນຳສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ພັດທະນາຢ່າງດີງາມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍມີສະພາບການເມືອງເປັນປົກກະຕິ, ມີສະພາບແວດລ້ອມດຳເນີນທຸລະກິດທີ່ດູດດື່ມ. ນີ້ແມ່ນພື້ນຖານອັນສຳຄັນເພື່ອສືບຕໍ່ຊຸກຍູ້ການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທຳລະຫວ່າງສອງປະເທດໃຫ້ເຂັ້ມແຂງ ແລະ ມີປະສິດທິຜົນກວ່າເກົ່າ.

        ສ່ວນທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ Choi Young Joo ໃຫ້ຮູ້ວ່າ ຈຳນວນເງິນ 1 ລ້ານ USD ເຊິ່ງບັນດາວິສາຫະກິດ ສ.ເກົາຫຼີ ປະກອບສ່ວນຊ່ວຍເຫຼືອ ຫວຽດນາມ ນັ້ນ ແມ່ນການສະແດງນ້ຳໃຈ ແລະ ການແບ່ງປັນຂອງບັນດາວິສາຫະກິດ ທີ່ມີຕໍ່ ຫວຽດນາມ ເພື່ອຮັບມືກັບໂລກລະບາດ ແລະ ຫວັງວ່າ ຈຳນວນເງິນດັ່ງກ່າວ ຈະສົ່ງໄປຊ່ວຍເຫຼືອນະຄອນ ໂຮ່ຈີມິນ - ເຊິ່ງເປັນທ້ອງຖິ່ນທີ່ພວມມີຄວາມກົດດັນໃນການຮັບມືກັບໂລກລະບາດໂຄວິດ - 19. ທ່ານກໍປາດຖະໜາວ່າ ປະທານປະເທດ ຫງວຽນຊວັນຟຸກ ຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ເພື່ອຊ່ວຍເຫຼືອບັນດານັກລົງທຶນ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ ຫວຽດນາມ.

 (ແຫຼ່ງຄັດຈາກ VOV)


top