ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ​ຫງວຽນຊັວນຝຸກ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ແມ່​ຫວຽດ​ນາມ ວິ​ລະ​ຊົນ

ໂດຍໄດ້ເສີມຂະຫຍາຍມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ-ກິນປາຄິດຮອດຄຸນນ້ຳ”, ໃນ 75 ປີຜ່ານມາ, ພັກ, ລັດຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ໜູນຊ່ວຍ, ເອົາໃຈໃສ່ເບິ່ງແຍງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີດວິດເພື່ອຊາດ.

ໂດຍໄດ້ເສີມຂະຫຍາຍມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ-ກິນປາຄິດຮອດຄຸນນ້ຳ”, ໃນ 75 ປີຜ່ານມາ, ພັກ, ລັດຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ໜູນຊ່ວຍ, ເອົາໃຈໃສ່ເບິ່ງແຍງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີດວິດເພື່ອຊາດ.

   

ທີ່ການພົບປະກັບຄະນະຜູ້ແທນແມ່ຫວຽດນາມ ວິລະຊົນ

(ພາບ: TTXVN)

 ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີດວິດເພື່ອຊາດ, ຕອນບ່າຍວັນທີ 25 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊັວນຝຸກ ໄດ້ພົບປະກັບຄະນະຜູ້ແທນແມ່ຫວຽດນາມ ວິລະຊົນ, ຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫຼະຊີດວິດເພື່ອຊາດ ແລະ ສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີດວິດເພື່ອຊາດຫວຽດນາມ.

ທ່ານປະທານປະເທດ ຫງວຽນຊັວນຝຸກ ເນັ້ນໜັກວ່າ: ໂດຍໄດ້ເສີມຂະຫຍາຍມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ-ກິນປາຄິດຮອດຄຸນນ້ຳ”, ໃນ 75 ປີຜ່ານມາ, ພັກ, ລັດຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ໜູນຊ່ວຍ, ເອົາໃຈໃສ່ເບິ່ງແຍງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີດວິດເພື່ອຊາດ. ກໍ່ສ້າງບັນດາສຸສານນັກຮົບເສຍສະຫຼະຊີດວິດເພື່ອຊາດ. ທ່ານຢືນຢັນວ່າ, ການເອົາໃຈໃສ່ເບິ່ງແຍງຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນໜ້າທີ່ຂອງທົ່ວສັງຄົມ. ທ່ານໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງສະມາຄົມໜູນຊ່ວຍຄອບຄົວ ນັກຮົບເສຍສະຫຼະຊີດວິດເພື່ອຊາດຫວຽດນາມ ແລະ ຫວັງວ່າ ໃນໄລຍະຈະມາເຖິງ, ສະມາຄົມຈະສືບຕໍ່ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ເຮັດວຽກງານໂຄສະນາ, ຂົນຂວາຍຫຼາຍກ່ວາອີກ ໃຫ້ແກ່ວຽກງານຕອບບຸນແທນຄຸນ; ແມ່ນຂົວຕໍ່ລະຫວ່າງຄອບຄົວ ນັກຮົບເສຍສະຫຼະຊີດວິດເພື່ອຊາດ ກັບພັກ, ລັດ, ແມ່ນສະຖານທີ່ໄວ້ເນື້ອເຊື່ອໃຈຂອງບັນດາຄອບຄົວ ນັກຮົບເສຍສະຫຼະຊີດວິດເພື່ອຊາດ.

(ແຫຼ່ງຄັດຈາກ VOV)


top