ທ່ານປະທານປະເທດ ເລື່ອງເກືອງ ຢ້ຳຄືນຄວາມຫວັງຢ່າງຍິ່ງຂອງປະທານໂຮ່ຈີມິນໃນຄຳພິໄນກຳວ່າ “ແນ່ນອນວາ ພວກເຮົາຈະທ້ອນໂຮມປະເທດຊາດເປັນເອກະພາບ, ພໍ່ແມ່ປະຊາຊົນ 2 ພາກເໜືອ - ໃຕ້ຈະເຕົ້າໂຮມກັນຢູ່ເຮືອນຫຼັງດຽວ”.
ທ່ານປະທານປະເທດ ເລື່ອງເກືອງ ຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ
ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ , ຕອນເຊົ້າວັນທີ 28 ເມສາ, ທ່ານປະທານປະເທດ ເລື່ອງເກືອງ ໄດ້ລົງຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ໃນບໍລິເວນທຳນຽບປະທານປະເທດ. ລົງຢ້ຽມຢາມເຂດອະນຸສອນສະຖານແລະ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ, ທ່ານປະທານປະເທດ ເລື່ອງເກືອງ ຢ້ຳຄືນຄວາມຫວັງຢ່າງຍິ່ງຂອງປະທານໂຮ່ຈີມິນໃນຄຳພິໄນກຳວ່າ “ແນ່ນອນວາ ພວກເຮົາຈະທ້ອນໂຮມປະເທດຊາດເປັນເອກະພາບ, ພໍ່ແມ່ປະຊາຊົນ 2 ພາກເໜືອ - ໃຕ້ຈະເຕົ້າໂຮມກັນຢູ່ເຮືອນຫຼັງດຽວ” ແລະ ຄວາມປາດຖະໜາສຸດທ້າຍຂອງປະທານໂຮ່ຈີມິນແມ່ນ ທົ່ວພັກ, ທົ່ວປວງຊົນ ສາມັກຄີກັນສູ້ຊົນ, ສ້າງສາປະເທດຫວຽດນາມສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ.