ພິທີດັ່ງກ່າວມີຫຼາຍການເຄື່ອນໄຫວວັດທະນະທຳພື້ນເມຶອງຄື: ຟ້ອນສິງໂຕ, ຕີກອງບຸນ, ຟ້ອນທຸງ, ກອງບຸນທອງລອງ…
ຕອນເຊົ້າວັນທີ 6 ກຸມພາ, ຢູ່ເຂດມໍລະດົກພະລາຊະວັງ ທັງລອງ-ຮ່າໂນ້ຍ, ສູນອະນຸລັກຮັກສາມໍລະດົກ ທັງລອງ-ຮ່າໂນ້ຍ ສົມທົບກັບສະມາຄົມມໍລະດົກວັດທະນະທຳ ທັງລອງ-ຮ່າໂນ້ຍ ໄດ້ຈັດພິທີທະຫວາຍທູບທຽນ, ອາໄລຫາບັນພະບູລຸດ ຜູ້ທີມີຄຸນງາມຄວາມດີຕໍ່ປະເພດຊາດ. ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານ ພິທີ.
ພິທີດັ່ງກ່າວມີຫຼາຍການເຄື່ອນໄຫວວັດທະນະທຳພື້ນເມຶອງຄື: ຟ້ອນສິງໂຕ, ຕີກອງບຸນ, ຟ້ອນທຸງ, ກອງບຸນທອງລອງ…ປ້າ ເຈິ່ນທິເຟື້ອງ, ຊາວ ຮ່າໂນ້ຍ ເຂົ້າຮ່ວມພິທີ ແບ່ງປັນວ່າ:
ເຂົ້າຮ່ວມພິທີຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ແລະ ເຄົາລົບບັນດາຄຸນຄ່າປະຫວັດສາດທີ່ລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້. ພວກເຮົາຄວນເສີມຂະຫຍາຍມູນເສື້ອໃຫ້ລຸ້ນຫຼັງເອົາເປັນແບບຢ່າງ. ຂ້າພະເຈົ້າປາດຖະໜາຢາກປະຕິບັດພິທີນີ້ ເພື່ອພາວະນາຂໍໃຫ້ປະເທດຊາດ ແລະ ປຊຊ ມີຄວາມສະຫົງບສຸກ, ທຸກຄົນມີສຸຂະພາບເຂັ້ມແຂງ. ທາງຄອບຄົວກໍ່ມີຄວາມສຸກຄວາມຈະເລີນ, ລູກຫຼານມີການຮ່ຳຮຽນໄດ້ຮັບຜົນດີ.