ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງໄວໜຸ່ມສອງປະເທດເພື່ອແນໃສ່ເພີ່ມທະວີຄວາມຮູ້.
ທ່ານປະທານປະເທດ ເລືອງເກື່ອງໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin (ພາບ: VOV)
ວັນທີ 15 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ແລະ ຄະນະຜູ້ແທນລັດຖະບານ ສະຫະພັນ ລັດເຊຍ ທີ່ພວມຢ້ຽມຢາມ ຫວຽດນາມຢ່າງເປັນທາງການແຕ່ວັນທີ 14 – 15 ມັງກອນ.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ຖືວ່າ ສອງຝ່າຍຕ້ອງສືບຕໍ່ມານະພະຍາຍາມເພື່ອຮັກສາ ແລະ ຍູ້ແຮງທ່າເຕີບໂຕການຄ້າສອງຝ່າຍໂດຍໄວ, ພ້ອມທັງຍາດແຍ່ງບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ບົດຮຽນປະສົບການໃນການຮ່ວມມືລະຫວ່າງສອງຝ່າຍໃນໄລຍະ 75 ປີຜ່ານມາຢ່າງສຸດຂີດ ເພື່ອ ນຳການພົວພັນໃນບັນດາຂົງເຂດອື່ນໆເຂົ້າສູ່ລວງເລິກ, ແທ້ຈິງ, ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງໄວໜຸ່ມສອງປະເທດເພື່ອແນໃສ່ເພີ່ມທະວີຄວາມຮູ້, ກໍ່ຄືພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ແລະ ສຶກສາມູນເຊື້ອໃຫ້ແກ່ຄົນລຸ້ນໜຸ່ມ.