ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ​ເຮັດ​ວຽກ ກັບ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ກ່ຽວ​ກັບ​ວຽກ​ງານ​ຍຸ​ຕິ​ທຳ

ທີ່ການເຮັດວຽກ, ທ່ານປະທານປະເທດ ເລືອງເກືອງໄດ້ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ ການເຄື່ອນໄຫວປະຕິຮູບດ້ານຕຸລາການຕ້ອງສືບຕໍ່ຍູ້ແຮງການກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມ ໃນໄລຍະໃໝ່.
ທ່ານປະທານປະເທດ ເລືອງເກືອງກ່າວຄຳເຫັນທີ່ການເຮັດວຽກ
ຕອນເຊົ້າວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງພ້ອມກັບທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນໄດ້ມີການເຮັດວຽກກັບຫ້ອງວ່າການປະທານປະເທດກ່ຽວກັບການຜັນຂະຫຍາຍວຽກງານຍຸຕິທຳໃນປີນີ້. ທີ່ການເຮັດວຽກ, ທ່ານປະທານປະເທດ ເລືອງເກືອງໄດ້ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ ການເຄື່ອນໄຫວປະຕິຮູບດ້ານຕຸລາການຕ້ອງສືບຕໍ່ຍູ້ແຮງການກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມ ໃນໄລຍະໃໝ່; ສູ້ຊົນກໍ່ສ້າງພື້ນຖານຍຸຕິທຳທີ່ເປັນມືອາຊີບ, ທັນສະໄໝ, ມີຄວາມສະເໝີພາບ, ເຂັ້ມງວດ, ທ່ຽງທຳ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ… ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 1 ປີ 2025 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ, ທ່ານປະທານປະເທດ ເນັ້ນໜັກວ່າ ວຽກງານປະຕິຮູບດ້ານຕຸລາການ ຕ້ອງຕິດແທດກັບແຜນນະໂຍບາຍ, ແນວທາງຂອງພັກ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບລະຫວ່າງບັນດານະໂຍບາຍກົດໝາຍ, ປະກອບສ່ວນຍົກສູງປະສິດທິຜົນໃນການເຄື່ອນໄຫວຍຸຕິທຳ, ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ.

top