ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລິດ​ວາ Gitanas Nauseda

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ຜ່ານທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ.
ການພົບປະເຈລະຈາລະຫວ່າງສອງຝ່າຍ

ຕອນເຊົ້າວັນທີ 12 ມິຖຸນາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ ລິດວາ Gitanas Nauseda ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ.

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ຜ່ານທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາກົນໄກຮ່ວມມືຄື: ຊຸກຍູ້ການສ້າງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືເສດຖະກິດ ແລະ ວິທະຍາສາດ - ເຕັກນິກ, ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າຂອງແຕ່ລະປະເທດ ສຳຜັດກັບຕະຫຼາດຂອງກັນ, ຜ່ານນັ້ນເຂົ້າຕະຫຼາດ EU ແລະ ອາຊຽນ, ແລກປ່ຽນ, ຊຸກຍູ້ມຸ່ງໄປເຖິງການເຊັ່ນເອກະສານຮ່ວມມືລະອຽດ, ໃນນັ້ນມີສັນຍາຫຼີກລ້ຽງການຈັດວາງອັດຕາພາສີສອງຄັ້ງເພື່ອລົບລ້າງບັນດາຮົ້ວກີດຂວາງ, ຂໍ້ຕິດຄັດ ການພົວພັນທາງການຄ້າ ແລະ ການລົງທຶນ.

ສິ້ນສຸດການເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ Nauseda ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືບາງສະບັບລະຫວ່າງສອງປະເທດໃນບັນດາຂົງເຂດພະລັງງານ, ວິທະຍາສາດເຕັກໂນໂລຢີ, ກະສິກຳ ແລະ ການເງິນ.


top