ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ

ຕອນບ່າຍວັນທີ 4 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng (ພາບ: TTXVN)   

ຢູ່ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຍິນດີຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Samdech Krolahom Sar Kheng ມາຢ້ຽມຢາມ ຫວຽດນາມ ແລະ ແມ່ນແຂກສາກົນຜູ້ທຳອິດເຊິ່ງທ່ານ ຫວໍວັນເຖືອງ ໃຫ້ການຕ້ອນຮັບໃນຖານະເປັນປະທານປະເທດ, ພ້ອມທັງຖືວ່າ ການຢ້ຽມຢາມໄດ້ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກຳປູເຈຍ ເລິກເຊິ່ງກ່ວາອີກ. ທ່ານປະທານປະເທດ ຕີລາຄາສູງກະຊວງພາຍໃນກຳປູເຈຍ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ຮ່ວມມືຢ່າງມີປະສິດທິຜົນໃນໄລຍະຜ່ານມາ ແລະ ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ.

ສ່ວນທ່ານ Samdech Krolahom Sar Kheng ໄດ້ສະແດງຄຳອວຍພອນຕໍ່ທ່ານປະທານປະເທດ ຫວໍວັນເຖືອງ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ຫວຽດນາມ ຈາກສະພາແຫ່ງຊາດ, ທ່ານເຊື່ອໝັ້ນວ່າ ທ່ານປະທານປະເທດ ຫວໍວັນເຖືອງ ຈະມີການປະກອບສ່ວນຫຼາຍຢ່າງເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບດີງາມກ່ວາອີກ.

 


top