ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ລາວ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສ ຂອງ ພັກປະຊາຊົນປະຕິວັດລາວ, ປະເທດລາວ ຈະຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ, ນັບມື້ນັບພັດທະນາຢ່າງເອກະລາດ, ມີຄວາມເປັນເຈົ້າການ, ວັດທະນາຖາວອນ, ປະຊາຊົນລາວນັບມື້ນັບອີ່ມໜຳສຳລາມ ສົມບູນພູມສຸກ.
  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະກັບທ່ານ ອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ (ພາບ: TTXVN)  

ໃນຂອບເຂດການຢ້ຽມຢາມ ສປປ.ລາວຢ່າງເປັນທາງການ, ຕອນເຊົ້າວັນທີ 11 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມາຢ້ຽມຢາມທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ຈຸມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ.

ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຈະຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ, ນັບມື້ນັບພັດທະນາຢ່າງເອກະລາດ, ມີຄວາມເປັນເຈົ້າການ, ວັດທະນາຖາວອນ, ປະຊາຊົນລາວນັບມື້ນັບອີ່ມໜຳສຳລາມ ສົມບູນພູມສຸກ.

ສ່ວນບັນດາອະດີດການນຳລາວໄດ້ສະເໜີໃຫ້ ສອງປະເທດ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການຊ່ວຍຮັກສາສະຖຽນລະພາບ ແລະ ພັດທະນາເສດຖະກິດສັງຄົມ, ສືບຕໍ່ເພີ່ມພູນຄູນສ້າງ ການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ຍົກສູງປະສິດທິຜົນການຮ່ວມມື ແລະ ຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ພ້ອມທັງ, ຄວນສືບຕໍ່ມີຄວາມເອົາໃຈໃສ່ເຖິງການສຶກສາ ແລະ ໂຄສະນາໃຫ້ແກ່ປະຊາຊົນສອງປະເທດ, ເປັນຕົ້ນແມ່ນໄວໜຸ່ມກ່ຽວກັບມູນເຊື້ອການພົວພັນແບບພິເສດໃຫ້ ມີຄວາມສະໜິດຕິດພັນ, ສັດຊື່ບໍລິສຸດ ລາວ - ຫວຽດນາມ, ຫວຽດນາມ - ລາວ.


top