ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້​ແກ່​ບໍ​ລິ​ສັດ​ໃຫຍ່​ການ​ຢາ ຫວຽດ​ນາມ

ໃນໄລຍະ 50 ປີແຫ່ງການສ້າງສາ, ສູ້ຊົນພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ, ບໍລິສັດໃຫຍ່ການຢາ ຫວຽດນາມ ແລະ ບັນດາສາຂາບໍລິສັດ ໄດ້ປະຕິບັດໜ້າທີ່ຜະລິດດຳເນີນທຸລະກິດໄດ້ເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂະແໜງອຸດສາຫະກຳການຢາ ຫວຽດນາມ ແລະ ພາລະກິດດູແລ ແລະ ຮັກສາສຸຂະພາບໃຫ້ແກ່ປະຊາຊົນ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ບໍລິສັດໃຫຍ່ການຢາ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 28 ມິຖຸນາ, ກ່າວຄຳເຫັນທີ່ພິທີປະດັບຫຼຽນໄຊແຮງງານຊັ້ນໜຶ່ງ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດໃຫຍ່ການຢາ ຫວຽດນາມ ຄົບຮອບ 50 ປີ ເຊິ່ງຖືກຈັດຂຶ້ນຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ໃນໄລຍະ 50 ປີແຫ່ງການສ້າງສາ, ສູ້ຊົນພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ, ບໍລິສັດໃຫຍ່ການຢາ ຫວຽດນາມ ແລະ ບັນດາສາຂາບໍລິສັດ ໄດ້ປະຕິບັດໜ້າທີ່ຜະລິດດຳເນີນທຸລະກິດໄດ້ເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂະແໜງອຸດສາຫະກຳການຢາ ຫວຽດນາມ ແລະ ພາລະກິດດູແລ ແລະ ຮັກສາສຸຂະພາບໃຫ້ແກ່ປະຊາຊົນ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ຂະແໜງສາທາລະນະສຸກ ແລະ ບໍລິສັດໃຫຍ່ການຢາ ຫວຽດນາມ ປະຕິບັດສຳເລັດກົນໄກນະໂຍບາຍໃຫ້ສົມບູນແບບ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການບໍລິການສາທາລະນະສຸກ, ປົວແປງສະພາບການເຄື່ອນໄຫວເກີນຂອບເຂດຂອງໂຮງໝໍ ແລະ ເອົາໃຈໃສ່ເຖິງບັນດາເປົ້າໝາຍນະໂຍບາຍ, ເປົ້າໝາຍທຸກຍາກ.

(ແຫຼ່ງຄັດຈາກ VOV)

top