ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງກອງ​ພົນ 11 ຄົບ​ຮອບ 40 ປີ

ວັນທີ 9 ມິຖຸນາ, ກອງພົນ 11, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນ ຄົບຮອບ 40 ປີ (11/6/1982 – 11/06/2022) ແລະ ຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ III.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ III (ພາບ: TTXVN)  

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ຜ່ານ 40 ປີແຫ່ງການສ້າງສາ, ສູ້ຊົນ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງພົນ 11 ໄດ້ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ໜ້າທີ່ຜະລິດ, ດຳເນີນທຸລະກິດໄດ້ເປັນຢ່າງດີ; ຢັ້ງຢືນກຳລັງຄວາມສາມາດຮອບດ້ານໃນການອອກແບບ, ດຳເນີນກໍ່ສ້າງກິດຈະກຳຈຸດສຸມຂອງກະຊວງປ້ອງກັນປະເທດ; ເປັນກຳລັງຫຼັກແຫຼ່ງແກ່ນສານໃນຂົງເຂດກໍ່ສ້າງພື້ນຖານຂອງກອງທັບ ແລະ ມີຊື່ສຽງໃນຂະແໜງກໍ່ສ້າງຂອງ ຫວຽດນາມ.

ທ່ານປະທານປະເທດ ເນັ້ນໜັກວ່າ ບັນດາວິສາຫະກິດກອງທັບ ສືບຕໍ່ແມ່ນກຳລັງນຳໜ້າໃນການແບກຫາບພາລະໜ້າທີ່ໜັກໜ່ວງທາງດ້ານເສດຖະກິດ - ສັງຄົມ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ທະເລໝູ່ເກາະ, ປະກອບສ່ວນເພີ່ມທະວີແຫຼ່ງກຳລັງໃຫ້ແກ່ການປ້ອງກັນຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າງົບປະມານຂອງລັດ ແລະ ປະຕິບັດໜ້າທີ່ຊ່ວຍໜູນສັງຄົມ, ນະໂຍບາຍແນວຫຼັງຂອງກອງທັບ.

ກອງພົນ 11 ຈົ່ງເອົາໃຈໃສ່ລົງທຶນປະກອບອຸປະກອນເຄື່ອງຈັກ, ໝູນໃຊ້ບັນດາຜົນງານວິທະຍາສາດເຕັກໂນໂລຢີທີ່ກ້າວໜ້າ, ທັນສະໄໝເຂົ້າໃນການອອກແບບ, ກໍ່ສ້າງ ເພື່ອສ້າງອອກຜະລິດຕະພັນທີ່ມີຄຸນນະພາບສູງ, ຍົກສູງອິດທິຜົນຊື່ສຽງຂອງ ກອງພົນຢູ່ຕະຫຼາດພາຍໃນ ແລະ ສາກົນ.


top