ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ລົງ​ໄປ​ກວດ​ກາ​ດ່ານ​ສາ​ກົນ​ມິດ​ຕະ​ພາບ

ຕອນບ່າຍ 03/11, ທ່ານປະທານປະເທດ ຫວຽດນາມ ຫວຽນຊວັນຟຸກ ໄດ້ລົງໄປກວດກາວຽກງານຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ເຄື່ອນໄຫວແລກປ່ຽນການຄ້າຢູ່ ດ່ານສາກົນມິດຕະພາບ ລ້າງເຊີນ. 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ລົງໄປກວດກາດ່ານສາກົນມິດຕະພາບ (ພາບ: TTXVN)

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງກຳລັງເຈົ້າໜ້າທີ່ໃນບໍລິເວນແຂວງ ເຊີນລາ ທີ່ມີຄວາມມານະພະຍາຍາມ, ປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕແຫ່ງຊາດ; ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພໃນສັງຄົມ. ພ້ອມກັນນັ້ນ, ສືບຕໍ່ສ້າງຕັ້ງການພົວພັນອັນດີງາມກັບແຂວງ ກວາງຊີ ຂອງ ຈີນ, ປະກອບສ່ວນເຂົ້າໃນການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ. ທ່ານປະທານປະເທດ ກໍຮຽກຮ້ອງໃຫ້ກຳລັງເຈົ້າໜ້າທີ່ສູນກາງ ແລະ ແຂວງ ລ້າງເຊີນ ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດໜ້າທີ່ຕ້ານການຄ້າຂາຍເຖື່ອນ, ການສໍ້ກົງການຄ້າ, ຄວບຄຸມໂລກລະບາດໃນບໍລິເວນແຂວງໃຫ້ມີປະສິດທິຜົນ.

        ຫຼັງຈາກນັ້ນ, ຢູ່ນະຄອນແຂວງ ລ້າງເຊີນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມໃນບໍລິເວນແຂວງ.

(ແຫຼ່ງຄັດຈາກ VOV)


top