ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ A1

ທ່ານປະທານປະເທດ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ແລະ ປາດຖະໜາວ່າ ບັນດານັກຮົບເກົ່າ ຈະສືບຕໍ່ເປັນແບບຢ່າງໃນການດຳລົງຊີວິດ, ສຶກສາມູນເຊື້ອຮັກຊາດໃຫ້ແກ່ຄົນລຸ້ນໜຸ່ມ, ສືບຕໍ່ປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ອາໄລຫານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ A1

ໃນການໄປປະຕິບັດງານຢູ່ແຂວງ ດ້ຽນບຽນຝູ ໃນວັນທີ 17 ແລະ 18 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ A1, ເຂົ້າຢ້ຽມຊົມຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ແລະ ສະແດງຄວາມນິຍົມນັບຖືຕໍ່ນ້ຳໃຈຮັກປະເທດຊາດ ແລະ ການເສຍສະຫຼະຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຮົບດ້ຽນບຽນ.

        ຫຼັງຈາກນັ້ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນເກືອບ 160 ພູດໃຫ້ແກ່ນັກຮົບເກົ່າ ດ້ຽນບຽນຝູ. ທ່ານປະທານປະເທດ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ແລະ ປາດຖະໜາວ່າ ບັນດານັກຮົບເກົ່າ ຈະສືບຕໍ່ເປັນແບບຢ່າງໃນການດຳລົງຊີວິດ, ສຶກສາມູນເຊື້ອຮັກຊາດໃຫ້ແກ່ຄົນລຸ້ນໜຸ່ມ, ສືບຕໍ່ປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.

(ແຫຼ່ງຄັດຈາກ VOV)

top