ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍດອກ​ໄມ້, ຈູດ​ທູບ​ໃຕ້​ທຽນ​ຢູ່​ວິ​ຫານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ ເສັ້ນ​ທາງເລກ​ 20 ກວ​ຽດ​ຖັງ

ຕອນບ່າຍວັນທີ 14 ມິຖຸນາ, ຢູ່ ກວາງບິ່ງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະປະຕິບັດງານ ໄດ້ຖະຫວາຍດອກໄມ້, ຈູດທູບໃຕ້ທຽນ ຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດເສັ້ນທາງເລກທີ 20 ກວຽດຖັງ ໃນບໍລິເວນຕາແສງ ເຕິນແຈກ, ເມືອງ ໂບ໊ແຈກ.

ຕອນບ່າຍວັນທີ 14 ມິຖຸນາ, ຢູ່ ກວາງບິ່ງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະປະຕິບັດງານ ໄດ້ຖະຫວາຍດອກໄມ້, ຈູດທູບໃຕ້ທຽນ ຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດເສັ້ນທາງເລກທີ 20 ກວຽດຖັງ ໃນບໍລິເວນຕາແສງ ເຕິນແຈກ, ເມືອງ ໂບ໊ແຈກ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍດອກໄມ້, ຈູດທູບໃຕ້ທຽນຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດ ເສັ້ນທາງເລກ 20 ກວຽດຖັງ (ພາບ: TTXVN)

ທ່ານປະທານປະເທດກໍໄດ້ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ພໍ່ແມປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຄອບຄົວເປົ້າໝາຍນະໂຍບາຍ ເມືອງ ໂບ໊ແຈກ. ທີ່ການພົບປະ, ທ່ານປະທານປະເທດ ກໍຊີ້ແຈ້ງວ່າ ພັກ, ລັດ, ປະຊາຊົນຮັບຮູ້, ຈາລຶກບຸນຄຸນຕໍ່ການອຸທິດສ່ວນ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນບໍລິເວນເມືອງ ໂບ໊ແຈກ, ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ກູ້ຊາດ. ທ່ານກ່າວວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ເມືອງ ໂບ໊ແຈກ ແລະ ແຂວງ ກວ໋າງບິ່ງ, ຕາແສງຕ່າງໆ ຈົ່ງແກ້ໄຂຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ, ພິເສດແມ່ນປະຕິບັດໂຄງການບັນດາເຜົ່າສ່ວນໜ້ອຍເຂດພູດອຍ ເຊິ່ງພັກ, ລັດ ໄດ້ອະນຸມັດຜ່ານໃຫ້ເປັນຢ່າງດີ.”

        ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການຍົກລະດັບເສັ້ນທາງເລກ 20 ກວຽດຖັງ ແລະ ເຊື່ອມຕໍ່ຕາຂ່າຍໄຟຟ້າໃຫ້ 2 ຕາແສງ ເຕິນແຈກ ແລະ ເທື້ອງແຈກ.

(ແຫຼ່ງຄັດຈາກ VOV)


top