ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເຂົ້າ​ຢ້ຽມ​ອຳ​ລາ

ຕອນບ່າຍວັນທີ 15 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

ຕອນບ່າຍວັນທີ 15 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

    

ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (ພາບ: TTXVN)

ເມື່ອແລກປ່ຽນໃນການຕ້ອນຮັບ, ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມຫວັງວ່າ ອົດສະຕາລີ ຈະສືບຕໍ່ສະໜັບສະໜູນທັດສະນະຂອງ ຫວຽດນາມ ນັ້ນແມ່ນ ຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມສະຫງົບປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ; ປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຜ່ານການເຈລະຈາ ບົນພື້ນຖານເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍຫວັງວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດດີຈີຕອນ, ການເຕີບໂຕຂຽວ, ພະລັງງານຜະລິດຄືນໃໝ່…

        ສ່ວນທ່ານນາງເອກອັກຄະລັດຖະທູດ Robyn Mudie ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ເຖິງວ່າຈະຮັບໜ້າທີ່ໃໝ່ກໍຕາມ, ແຕ່ຍາມໃດທ່ານນາງກໍຈະມານະພະຍາຍາຍາມໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີຄວາມມານະພະຍາຍາມໃນການຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ.

(ແຫຼ່ງຄັດຈາກ VOV)


top