ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເຊັກ​ໄບ​ຢານ ແລະ ບ​ຣູ​ໄນ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ຕອນເຊົ້າວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເຊັກໄບຢານ ປະຈຳ ຫວຽດນາມ Shovgi Kamal Oglu Mehdizade ເຂົ້າຍື່ນສານຕາຕັ້ງ.

ຕອນເຊົ້າວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເຊັກໄບຢານ ປະຈຳ ຫວຽດນາມ Shovgi Kamal Oglu Mehdizade ເຂົ້າຍື່ນສານຕາຕັ້ງ.

  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເຊັກໄບຢານ ປະຈຳ ຫວຽດນາມ Shovgi Kamal Oglu Mehdizade   

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ອາເຊັກໄບຢານ. ທ່ານຖືວ່າ ສອງຝ່າຍຕ້ອງມານະພະຍາຍາມຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຫຼາຍ. ສ່ວນທ່ານ ເອກອັກຄະລັດຖະທູດ ອາເຊັກໄບຢານ Shovgi Kamal Oglu Mehdizade ກໍຊີ້ແຈ້ງວ່າ ອາເຊັກໄບຢານ ຖືເປັນສຳຄັນການພົວພັນກັບ ຫວຽດນາມ; ຍາມໃດກໍໃຫ້ບຸລິມະສິດພັດທະນາການພົວພັນກັບ ຫວຽດນາມ ແລະ ທ່ານຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.

ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໃຫ້ການຕ້ອນຮັບທ່ານນາງ ເອກອັກຄະລັດຖະທູດ ບຣູໄນ ປະຈຳ ຫວຽດນາມ Datin Paduka Malai Hajah Halimah Malai Haji Yussof ເຂົ້າຍື່ນສານຕາຕັ້ງເຊັ່ນດຽວກັນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດ ສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ, ສ້າງເງື່ອນໄຂສະດວກແກ່ການນຳເຂົ້າສິນຄ້າ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ຮ່ວມມືກັບ ວິສາຫະກິດ ບຣູໄນ.

ສ່ວນທ່ານນາງ ເອກອັກຄະລັດຖະທູດ ບຣູໄນ Datin Paduka Malai Hajah Halimah Malai Haji Yussof ເຊື່ອໝັ້ນວ່າ ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ຈະພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ ແລະ ທ່ານນາງຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ່າອີກ.


top