ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເດີ​ນ​ທາງ​ໄປ​ຢ້ຽມ​ຢາມ ສ.ເກົາຫຼີ​ ທາງ​ລັດ​ຖະ​ກິດ

ໂດຍໄດ້ຮັບການເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol, ຕອນເຊົ້າວັນທີ 4 ທັນວາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ສ.ເກົາລີທາງລັດຖະກິດ ໃນລະຫວ່າງວັນທີ 4 – 6 ທັນວາ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ (ພາບ: baochinhphu.vn)  

ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີທາງລັດຖະກິດຄັ້ງທຳອິດຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນຖານະເປັນປະມຸດລັດ, ແມ່ນການຢ້ຽມຢາມທຳອິດຂອງທ່ານປະທານປະເທດ ຫວຽດນາມ ມາຍັງ ສ.ເກົາຫຼີ ພາຍຫຼັງ 11 ປີ ແລະ ແມ່ນການຢ້ຽມຢາມ ສ.ເກົາຫຼີ ຂັ້ນສູງທີ່ສຸດຂອງການນຳພັກ, ລັດ ຫວຽດນາມ  ນັບແຕ່ເວລາປະເທດນີ້ມີປະທານາທິບໍດີຄົນໃໝ່.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ແມ່ນການນຳຂັ້ນສູງຕ່າງປະເທດທຳອິດມາຢ້ຽມຢາມສ.ເກົາຫຼີທາງລັດຖະກິດ ນັບແຕ່ເວລາທ່ານປະທານາທິບໍດີ Yoon Suk-yeol ຂຶ້ນກຳອຳນາດໃນເດືອນ ພຶດສະພາ ປີ 2022. ສ.ເກົາຫຼີ ສະແດງໃຫ້ເຫັນ ເລືຶຶ່ອງຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ເມື່ອໄດ້ຕ້ອນຮັບທ່ານປະທານປະເທດ ຫວຽດນາມ ດ້ວຍພິທີກຳສູງທີ່ສຸດ: “ການຢ້ຽມຢາມທາງລັດຖະກິດ”.


top