ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ນິງ​ບີ່ງ

ທ່ານປະທານປະເທດໄດ້ສະເໜີເມືອງ ອຽນໂມ, ຢາວຽນ, ສະຫະພັນສະຫະກອນ ແຂວງ ນິງບິ່ງ ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາສະຫະກອນ ເຄື່ອນໄຫວຢ່າງມີປະສິດທິຜົນ, ເປີດກ້ວາງຂອບຂະໜາດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບສະມາຊິກຂອງສະຫະກອນຜະລິດຢາຊີວະ ຢູ່ເມືອງ ຢາວ້ຽນ, ແຂວງນິງບິງ (ພາບ: TTXVN)

ຕອນບ່າຍວັນທີ 2 ພະຈິກ ທ່ານປະທານປະເທດຫງວຽນຊວນຟຸກໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງນິງບີ່ງ ກ່ຽວກັບການປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ເສດຖະກິດລວມໝູ່, ສະຫະກອນ.

     ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຖືວ່າ ນອກຈາກການຊ່ວຍໜູນຂອງບັນດາທ້ອງຖິ່ນໃຫ້ແກ່ບັນດາສະຫະກອນກ່ຽວກັບທຶນຮອນ, ເຕັກໂນໂລຢີຄືໃນປະຈຸບັນ, ກໍຄວນຊ່ວຍໜູນສະຫະກອນກ່ຽວກັບການຈັດຕັ້ງເພື່ອມີຮູບແບບການຈັດຕັ້ງທັນສະໄໝ ແລະ ມີແບບໃໝ່, ບຸກບືນຂຶ້ນທາງດ້ານຈີນຕະນາການກ່ຽວກັບຮູບແບບສະຫະກອນທີ່ມີມາແຕ່ດົນນານ. ທ່ານປະທານປະເທດຫງວຽນຊວນຟຸກ ສະເໜີແຂວງ ຈົ່ງຜູກຮັດການພັດທະນາສະຫະກອນດ້ວຍທ່າແຮງ, ເສົາຄ້ຳພັດທະນາແມ່ນ ການທ່ອງທ່ຽວ, ກະສີກຳ, ດຶງດູດ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງ, ສຸດຈິດສຸດໃຈຕໍ່ສະຫະກອນ, ພ້ອງທັງຍູ້ແຮງການລົງທຶນໂດຍນຳໃຊ້ທາງດ້ານວິທະຍາສາດເຂົ້າໃນການຜະລິດ.

  ກ່ອນໜ້ານັ້ນ ໃນຕອນເຊົ້າວັນທີ 2 ພະຈິກ, ທ່ານປະທານປະເທດ ຫງວຽນຊວັກຟຸກ ໄດ້ລົງຢ້ຽມຢາມ ສະຫະກອນຜະລິດເຄື່ອງປັ້ນດິນເຜົ່າເປັນສິນຄ້າ ໂບ່ບາດ (ຕາແສງ ອຽນແທັງ, ເມືອງ ອຽນໂມ) ແລະ ສະຫະກອນຜະລິດຢາຊີວະ ຢູ່ເມືອງ ຢາວ້ຽນ, ແຂວງນິງບິງ. ທ່ານປະທານປະເທດໄດ້ສະເໜີເມືອງ ອຽນໂມ, ຢາວຽນ, ສະຫະພັນສະຫະກອນ ແຂວງ ນິງບິ່ງ ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາສະຫະກອນ ເຄື່ອນໄຫວຢ່າງມີປະສິດທິຜົນ, ເປີດກ້ວາງຂອບຂະໜາດ, ໃນນັ້ນມີການໜູນຊ່ວຍດ້ານເງິນທຶນ, ພື້ນທີ່, ບຳລຸງສ້າງສີມືແຮງງານ, ແນະນຳ ແລະ ໂຄສະນາຜະລິດຕະພັນອອກສູ່ຕະຫຼາດ… ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດແບບຍືນຍົງ. ພ້ອມກັນນັ້ນ ແມ່ນຊ່ວຍໃຫ້ບັນດາສະຫະກອນນຳໃຊ້ວິທະຍາສາດເຕັກໂນໂລຢີ ເພື່ອສ້າງຜະລິດຕະພັນທີ່ມີຄຸນນະພາບ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງຕະຫຼາດເທົ່ານັ້ນ ຫາກຍັງສາມາດສົ່ງອອກໃຫ້ຕ່າງປະເທດອີກດ້ວຍ.

(ແຫຼ່ງຄັດຈາກ VOV)


top